ແຂ່ງຂັນກ໊ອຟການກຸສົນ ລະດົມທຶນຊ່ວຍເຫລືອຄົນພິການ-ຜູ້ອາຍຸສູງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດງານແຂ່ງຂັນກິລາກ໊ອຟ ການກຸສົນ, ເນື່ອງໃນໂອກາດສະເຫລີມສະຫລອງວັນຄົນພິການແຫ່ງຊາດ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງ 1 ຕຸລາ, ຊຶ່ງມີຂຶ້ນ ໃນວັນທີ 23 ກັນຍາ 2017 ນີ້, ຢູ່ສະໜາມຄັນທຣີກ໊ອຟຄຣັບ ຫລັກ 14 ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາການນຳຂັ້ນສູງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ການຈັດງານແຂ່ງຂັນກ໊ອຟການກຸສົນໃນຄັ້ງນີ້, ເປັນກິດຈະກຳໜຶ່ງ ທີ່ນອກຈາກຈະເປັນການສະເຫລີມສະຫລອງວັນຄົນພິການແຫ່ງຊາດ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງ 1 ຕຸລາ ແລ້ວ ຍັງເປັນການລະດົມທຶນຊ່ວຍເຫລືອຄົນພິການ, ຜູ້ອາຍຸສູງໃຫ້ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ມີອາຊີບ, ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ອື່ນໆ.
ການແຂ່ງຂັນໃນຄັ້ງນີ້, ທີມທີ່ຊະນະເລີດ ແມ່ນໄດ້ຮັບຂັນລາງວັນ, ພ້ອມຖົງກ໊ອຟ ແລະ ລາງວັນອື່ນໆ ຕື່ມອີກຫລາຍລາງວັນ.

