ປີຜ່ານມາ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າ 39 ພັນຄົນ, ເສຍຊີວິດ 76 ຄົນ

ກອງປະຊຸມເຜີຍແຜ່ຜົນສໍາເລັດຂອງການປ້ອງກັນ ແລະ ສະກັດກັ້ນໄຂ້ຍຸງລາຍໃນທົ່ວປະເທດໃຫ້ຮູ້ວ່າ: ການຄວບຄຸມພະຍາດໄຂ້ຍຸງລາຍໃນປີ 2019 ຜ່ານມາເຫັນວ່າມີປະສິດທິຜົນດີ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ດ້ວຍການຍົກສູງຄຸນນະພາບການປິ່ນປົວ, ການຄຸ້ມຄອງກໍລະນີພະຍາດໄຂ້ຍຸງລາຍ ເພື່ອຫຼີກເວັ້ນການເສຍຊີວິດ; ພ້ອມນີ້ ກໍໄດ້ມີການໂຄສະນາວິທີປ້ອງກັນ, ວິທີທໍາລາຍແຫຼ່ງເພາະພັນຍຸງລາຍ ແລະ ມີການປຸກລະດົມໃຫ້ທົ່ວສັງຄົມມີສ່ວນຮ່ວມຄື: ຕະຫລອດປີດັ່ງກ່າວຢູ່ທົ່ວປະເທດຜູ້ມີຕິດເຊື້ອໄຂ້ຍຸງລາຍທົ່ວປະເທດ ສູງເຖິງ 39 ພັນກວ່າຄົນ, ເສຍຊີວິດ 76 ຄົນ, ຂະນະທີ່ປີ 2018 ມີຜູ້ຕິດເຊື້ອໄຂ້ຍຸງລາຍພຽງ 6 ພັນກວ່າຄົນ ແລະ ເສຍຊີວິດພຽງ 15 ຄົນ, ສະເພາະຢູ່ແຂວງເຊກອງ ໃນປີ 2019 ມີຜູ້ຕິດເຊື້ອໄຂ້ຍຸງລາຍ 758 ຄົນ ແຕ່ບໍ່ມີກໍລະນີເສຍຊີວິດ.

