ປີ 2024 ປະຊາຊົນແຂວງ ອັດຕະປື ຈະມີລາຍຮັບສະເລ່ຍປະມານ 40 ລ້ານກວ່າກີບຕໍ່ຄົນ

ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ອັດຕະປື ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 10 ສະໄໝທີ XI, ວັນທີ 3-5 ມັງກອນ 2024ວ່າ: ປີ 2024ນີ້ ແຂວງ ອັດຕະປື ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ຄິດເປັນມູນຄ່າຕາມລາຄາໃນປີໃຫ້ບັນລຸໄດ້ 6.615 ຕື້ກີບ ແລະ ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ຫຼາຍກວ່າ 40ລ້ານກີບ ຫລື ເທົ່າກັບ 2.120 ໂດລາ ດ້ວນການວາງຄາດໝາຍສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ເພີ່ມຂຶ້ນຢູ່ໃນລະດັບເກືອບ 7%.

ປີ 2023 ຜ່ານມາ ພົນລະເມືອງຂອງແຂວງ ອັດຕະປື 162.000 ກວ່າຄົນ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນມີປະມານ 36ລ້ານກວ່າກີບ ຫລື 1.855 ໂດລາ, ສ່ວນລວມຍອດຜະລິດຕະພັນພາຍໃນ ໝົດປີຂະຫຍາຍຕົວຢູ່ໃນລະດັບ 6,77%, ສຳລັບຂະແໜງການຕົ້ນຕໍທີ່ຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວມີ: ຂະແໜງກະສິກໍາ, ອຸດສະຫະກໍາປຸງແຕ່ງ, ຂະແໜງພະລັງງານໄຟຟ້າ-ບໍ່ແຮ່, ຂະແໜງການຄ້າ ປະເພດຂາຍຍົກ-ຂາຍຍ່ອຍ ແລະ ຂະແໜງການທ່ອງທ່ຽວ.