ຈັດທຣຳ ນັກສອຍຄິວມື 1 ຂອງໂລກມີລຸ້ນສ້າງສະຖິຕິຄ້ວາແຊ້ມ 5 ລາຍການໃນລະດູການດຽວ…!

ໂຊຟອມໄດ້ສົມລາຄາມື 1
ຂອງໂລກຢ່າງແທ້ຈິງສຳຫຼັບ ເພັດຊະຄາດປືນກົນ ຈັດທຣຳ ນັກສອຍຄິວຊາວອັງກິດ
ແຊ້ມໂລກຄົນຫຼ້າສຸດຫຼັງຈາກເອົາຊະນະນັກສອຍຄີວຟອມມາແຮງບໍ່ແພ້ກັນຢ່າງ ຈີ້ງໂຈ້ມະຫາປະໄລ
ນິວ ໂຣບີນສັນ ມື 2 ຂອງໂລກຊາວອົດສະລີໄປໄດ້ 9-6 ເຟມ

ພ້ອມກັບເຮັດໃຫ້ ຈັດທຣຳ ຄວ້າແຊ້ມສອຍຄິວລາຍການເຢລະມັນມາສເຕີໄປຄອງເປັນຄັ້ງທຳອິດໃນການແຂ່ງຂັນທີ່ເທັມໂປໂດມ ນະຄອນເບີລິນ ປະເທດເຢລະມັນ ເມື່ອວັນທີ່ 2 ກຸມພາທີ່ຜ່ານມານີ້ ຮັບເງິນລາງວັນ 80,000 ປອນ ພ້ອມເກັບແຕ້ມສະສົມເພີ່ມອີກ 60,000 ຄະແນນ ນຳເປັນອັນດັບ 1 ຂອງໂລກຢ່າງໜຽວແໜ້ນດ້ວຍຜົນງານ 1,446,000 ຄະແນນໜີຫ່າງອັນດັບ 2 ນິວ ໂຣບິນສັນ 573,500 ຄະແນນ ພ້ອມດຽວກັນນີ້ຍັງເຮັດໃຫ້ ຈັດທຣຳ ຄວ້າແຊ້ມລາຍການລະດັບ ເວີເເລງກີ້ງ ໄປຄອງແລ້ວທັ້ງສີ້ນ 15 ລາຍການອີກດ້ວຍ ນອກຈາກນີ້ຍັງເປັນແຊ້ມ ເວີເເລງກີ້ງ ລາຍການທີ່ 4 ຂອງຈັດທຣຳໃນລະດູການນີ້ປະກອບດ້ວຍ: ແຊ້ມອິນເຕີເນຊັນແນວ ແຊ້ມປ້ຽນຊິບ 2019,ເວີໂອເພັນ 2019,ນໍເທີນໄອແລນ ໂອເພັນ 2019 ແລະ ເຢລະມັນ ມາສເຕີ 2019

ເຮັດໃຫ້
ຈັດທຣຳ ມີລຸ້ນທີ່ຈະເປັນນັກສະນຸກເກີ້ຄົນທີ່ 4 ຕໍ່ຈາກ ສະຕີເຟັນເຮັນຣີ້,ຕິງ
ຈຸ້ນຮຸຍ,ມາກເຊວບີ້ ໃນການຄວ້າແຊ້ມເວີແລງກີ້ງຫຼາຍທີ່ສຸດໃນ 1 ລະດູການດ້ວຍຈໍານວນ 5
ແຊ້ມ ເຊີ່ງວ່າໃນລະດູການນີ້ ຍັງເຫຼືອການແຂ່ງຂັນລາຍການລະດັບເວີເເລງກີ້ງອີກ 7 ລາຍການຖ້າຫາກວ່າ
ຈັດທຣຳ ສາມາດຄວ້າແຊ້ມມາໄດ້ພຽງລາຍການດຽວກໍ່ຈະເຮັດສະຖິຕິທຽບເທົ່າກັບນັກສອຍຄິວ 3
ຄົນທີ່ກ່າວມາຂ້າງເທີງນັ້ນ ແຕ່ຖ້າຫາກວ່າ ຈັດທຣຳ ຄວ້າແຊ້ມໃນລະດູການນີ້ເພີ່ມໄດ້ອີກ 2
ລາຍການຂື້ນໄປຈະເຮັດໃຫ້ລາວກາຍເປັນນັກສະນຸກເກີ້ທີ່ຄວ້າແຊ້ມເວີແລງກີ້ງໄດ້ຫຼາຍທີ່ສຸດພຽງຜູ້ດຽວທັນທີ

ສຳຫຼັບໃນອາທິດນີ້
ຈັດທຣຳ ມີໂປແກມການແຂ່ງຂັນປ້ອງກັນແຊ້ມລາຍການ ເວີກຣັງປີສ 2020 ທີ່ເມືອງເຊວແນ່ມ ປະເທດອັງກີດ
ໂດຍ ຈັດທຣຳ ຖືກວາງໃຫ້ເປັນເຕັງ 1 ທີ່ຈະຄວ້າແຊ້ມ ຖ້າຫາກລາວເຮັດໄດ້ຈະຄວ້າແຊ້ມເວີແລງກີ້ງ
ລາຍການທີ່ 5 ຂອງລະດູການ 2019-2020 ພາຍໃນອາທິດນີ້ທັນທີ


