ແຟນອາເຊນອລ ກຽມດີໃຈ ທີມໃກ້ຈະປິດບັນຊີຊື້ ດີແຄລນ ໄຣ ແຊງໜ້າແມນຢູ

ສະໂມສອນ ອາເຊນອລ ໃກ້ທີ່ຈະບັນລຸຂໍ້ຕົກລົງກັບ ເວສແຮມ ຢູໄນເຕັດ ໃນການຄວ້າຕົວ ດີແຄລນ ໄຣ ກອງກາງທີມຊາດອັງກິດມາຮ່ວມທີມໃນຕະຫລາດລະດູການນີ້ ຕາມລາຍງານຈາກ Football insider.
ແມນເຊສເຕີ ຢູໄນເຕັດ ຄູ່ປັບໃນພຣີເມຍລີກ ເປັນອີກທີມທີ່ສະແດງຄວາມຕ້ອງການກອງກາງເວສແຮມເຊັ່ນດຽວກັນ ໂດຍພວກເຂົາມີຂ່າວມາຕັ້ງແຕ່ລະດູການ 2021 ແນວໃດກໍຕາມ ນັກເຕະມີທ່າອ່ຽງທີ່ຈະຍ້າຍໄປຫລິ້ນໃນຖິ່ນ ເອມີເຣສ ໃນລະດູການໜ້າຫລາຍກວ່າ.
ເຖິງຈະຍັງບໍ່ມີລາຍງານເລື່ອງຄ່າຕົວຂອງ ໄຣ ອອກມາກໍຕາມແຕ່ຄາດວ່າ ອາເຊນອລ ອາດຈະຕ້ອງຈ່າຍເງິນບໍ່ໜ້ອຍກວ່າ 80 ລ້ານປອນ ຕາມທີ່ ເວສແຮມ ໄດ້ຕັ້ງເອົາໄວ້ ພ້ອມກັບຄ່າເມື່ອຍທີ່ຫລາຍຂຶ້ນກວ່າເທົ່າຕົວ.
ມິເກລ ອາເຕຕ້າ ຕ້ອງຜິດຫວັງຢ່າງຫລາຍທີ່ບໍ່ສາມາດພາທີມອາເຊນອລ ຄວ້າແຊ໊ມພຣີເມຍລີກໄດ້ ທັງທີ່ພວກເຂົາຂຶ້ນນຳເປັນຜູ້ນຳຕາຕະລາງເປັນເວລາ 240 ວັນ ກ່ອນຈະຖືກ ແມນເຊສເຕີ ຊິຕີ ປາດໜ້າແຊງເຂົ້າປ້າຍຄອງແຊ໊ມສະໄຫມທີ 3 ມາຄອງຢ່າງຍິ່ງໃຫຍ່ ເຮັດໃຫ້ຕ້ອງມີການເສີມທີມຄັ້ງສຳຄັນໃນລະດູການນີ້.
ອາເຕຕ້າ ຫວັງວ່າຈະພາ ໄຣ ມາຢືນກຳກັບເກມໃນແດນກາງຄູ່ກັບ ໂທມັສ ປາເຕ ໃນຂະນະທີ່ ກຣານິດ ຊາກ້າ ອາດຈະຕ້ອງຍ້າຍທີມຫລັງຈົບລະດູການນີ້ ເນື່ອງຈາກຍັງບໍ່ມີການເວົ້າເຖິງເລື່ອງສັນຍາສະບັບໃຫມ່ເຊິ່ງຂອງເກ່ົາພວມຈະຫມົດລົງໃນປີ 2024.

