ນະຄອນຫລວງວຽງຈັນ-ໜອງຄາຍເພີ່ມທະວີຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

ພິທີລົງນາມບົດບັນທຶກການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຄັ້ງທີ XII ລະຫວ່າງທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກໍາມະການຮ່ວມມືດັ່ງກ່າວ ແລະ ທ່ານ ຣົນນະໄຊ ຈິດວິເສດ ຜູ້ວ່າຣາດຊະການຈັງຫວັດໜອງຄາຍຣາຊະອານາຈັກໄທ, ປະທານຄະນະກໍາມະການຮ່ວມມືຝ່າຍໄທໄດ້ມີຂຶ້ນເມື່ອມໍ່ໆມານີ້, ໂດຍໄດ້ຕົກລົງເຫັນດີເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນເຊັ່ນ: ສະກັດກັ້ນການຄ້າຂາຍເຖື່ອນ, ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການເຄື່ອນຍ້າຍແຮງງານແບບຜິດກົດໝາຍ, ການແລກປ່ຽນຂໍ້ມູນຂ່າວສານຂອງຜູ້ກະທໍາຜິດທີ່ລັກລອບເຂົ້າປະເທດຂອງສອງຝ່າຍ, ການປະສານຂໍການຮ່ວມມືເຊິ່ງກັນແລະກັນ,ເພື່ອເຂົ້າຢ້ຽມຢາມພີ່ນ້ອງນັກໂທດ, ການສົ່ງ-ມອບນັກໂທດ, ບັນຫາການດູດຫີນ-ຊາຍຕາມແມ່ນໍ້າຂອງແລະບັນຫາອື່ນໆ.

ໃນໂອກາດນີ້, ທ່ານ ພູວົງ ວົງຄໍາຊາວຫົວໜ້າຫ້ອງວ່າການນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນໄລຍະ 1ປີຜ່ານມາ,ສອງຝ່າຍໄດ້ຮ່ວມກັນປະຕິບັດບົດບັນທຶກການຮ່ວມມືດັ່ງກ່າວຢ່າງເຂັ້ມງວດ, ໂດຍສະເພາະການສະກັດກັ້ນແລະແກ້ໄຂສະພາບການຄ້າຂາຍເຖື່ຶຶຶອນ, ການຄ້າມະນຸດ, ການລະເມີດຊາຍແດນ, ບັນຫາແຮງງານເຂົ້າ-ອອກບໍ່ຖືກຕ້ອງທີ່ເປັນການລະເມີດກົດໝາຍຂອງສອງປະເທດ, ພ້ອມນັ້ນ, ເຈົ້າໜ້າທີ່ສອງຝ່າຍໄດ້ເອົາໃຈໃສ່ກວດກາ, ແລກປ່ຽນຂໍ້ມູນຂ່າວສານຕ່າງໆຂອງພົນລະເມືອງສອງຝ່າຍທີ່ກະທໍາຜິດ ແລະຖືກຈັບກຸມຄຸມຂັງ ເພື່ອປະສານຫາເຈົ້າໜ້າທີ່ກ່ຽວຂ້ອງແລະມອບ-ຮັບຕົວນັກໂທດຫລືຜູ້ຖືກຫາແຕ່ລະຝ່າຍກັບຄືນປະເທດ, ເຊິ່ງລວມມີຄະດີຫລາຍຄະດີເຊັ່ນ: ປຸ້ນຊັບ, ການລັກລອບເຂົ້າເມືອງຜິດກົດໝາຍ, ມີອາວຸດເສິກໄວ້ຄອບຄອງ ແລະ ກະທໍາຜິດແລ້ວເຂົ້າມາລີ້ຊ້ອນຕ່າງໆ.

ພິທີເຊັນບົດບັນທຶກຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ XII

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ