ເຊກອງ: ສະຫລຸບຄວາມຄືບໜ້າໂຄງການກໍ່ສ້າງສວນອະນຸສາວະລີອົງແກ້ວ

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂອງໂຄງການກໍ່ສ້າງສວນ ອະນຸສາວະລີອົງແກ້ວ ແຂວງ ເຊກອງ ໄດ້ມີຂຶ້ນເມື່ອບໍ່ດົນນີ້, ໂດຍການເປັນປະທານຂອງທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ຊີ້ນໍາຂົງເຂດວຽກງານວັດ ທະນະທຳ-ສັງຄົມ, ພ້ອມ ດ້ວຍຄະນະກໍາມະການຮັບ ຜິດຊອບໂຄງການກໍ່ສ້າງ ສວນ ອະນຸສາວະລີ ອົງແກ້ວ ເຂົ້າຮ່ວມ.
+ ປະທານປະເທດໃຫ້ກຽດເຂົ້າຮ່ວມເປີດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ
+ ຍົກລະດັບວຽກງານສືບສວນ-ສອບສວນໃຫ້ ປກສ ບ້ານເມືອງສີໂຄດຕະບອງ
ຫົວໜ້າພະແນກ ຖວທ ແຂວງເຊກອງ ໃຫ້ຮູ້ວ່າ: ໂຄງ ການ ດັ່ງກ່າວ ແມ່ນບໍລິສັດ ຈະເລີນເຊກອງກໍ່ສ້າງຄົບ ວົງຈອນ ເປັນຜູ້ຮັບເໝົາກໍ່ ສ້າງມາແຕ່ຕົ້ນປີ 2015 ແລະ ຈະໃຫ້ສໍາເລັດ ໃນຕົ້ນ ປີ 2018, ແຕ່ມາຮອດປັດ ຈຸບັນນີ້ຍັງບໍ່ທັນສໍາເລັດ, ແຕ່ ເຫັນວ່າບັນດາ ວຽກແຕ່ ລະດ້ານໄດ້ມີການຈັດຕັ້ງ ປະຕິບັດຢ່າງຕໍ່ເນື່ອງ ໂດຍ ສະເພາະວຽກກໍ່ສ້າງອາ ຄານຫ້ອງການ, ຫ້ອງນໍ້າ ແລະ ຮ້ານອາຫານ, ຂັດຫີນ ອ່ອນຂອບລະບຽງອ້ອມ ໄຫ ໝໍ້ທອງ, ຄວັດແກະສະຫຼັກ ຖານຕັ້ງອົງແກ້ວ, ກໍ່ຂອບ ທາງຍ່າງ, ຕິດຕັ້ງໄຟຟ້າ ແລະ ກໍ່ສ້າງທາງເບຕົງ ທາງຂຶ້ນສວນອະນຸສາວະ ລີອົງແກ້ວ, ກັນເຈື່ອນ ແລະ ຂັ້ນໃດທາງຂຶ້ນ, ຕິດຕັ້ງນໍ້າ ພຸ, ປູກຫຍ້າ ແລະ ຕົ້ນໄມ້ໃນ ສວນ ແລະ ອື່ນໆ ເຫັນວ່າຈະ ໃຫ້ສຳເລັດໃນປີ 2018ນີ້.

