ອົດສະຕຣາລີສາມາດຄວບຄຸມໄຟໄໝ້ປ່າຄັ້ງໃຫຍ່ໄດ້ແລ້ວ

ນັກມອດໄຟອົດສະຕຣາລີເປີດເຜີຍວ່າ: ສາມາດຄວບຄຸມໄຟໄໝ້ປ່າຄັ້ງໃຫຍ່ທີ່ສຸດ ຫລື megablaze ຂອງອົດສະຕຣາລີໄດ້ແລ້ວໃນວັນທີ 13 ມັງກອນນີ້ ຫລັງສະພາບອາກາດເລີ່ມຊຸ່ມຂຶ້ນ.
ນັກມອດໄຟຂອງລັດນິວເຊົາເວລ ເປີດເຜີຍວ່າ: ສາມາດຄວບຄຸມໄຟຢູ່ພູອັນກວ້າງໃຫຍ່ໃນເຂດຊານເມືອງທາງຕາເວັນຕົກສຽງເໜືອຂອງຊິດນີໄດ້ແລ້ວ ຫລັງຈາກໄໝ້ມາເກືອບ 3 ເດືອນ, ແຕ່ຍັງມີໄຟໄໝ້ຈຸດນ້ອຍໆທີ່ຕ້ອງດັບມອດອີກ, ແຕ່ຈາກພະຍາກອນແລ້ວຄາດວ່າ: ສະພາບອາກາດອາດຈະເປັນໃຈ ໂດຍສຳນັກອຸຕຸນິຍົມວິທະຍາ ຄາດຄະເນວ່າ: ຈະມີຝົນຕົກວັດປະລິມານໄດ້ 50 ມິນລີເມັດ ໃນອາທິດໜ້າ ເຊິ່ງຈະຊ່ວຍບັນເທົາສະພາບແຫ້ງແລ້ງທີ່ດຳເນີນມາເປັນເວລາດົນ ເຊິ່ງຫົວໜ້າໜ່ວຍມອດໄຟຊົນນະບົດຂອງລັດນິວເຊົາເວລ ກ່າວວ່າ: ຈະເປັນຂອງຂວັນສຳລັບລັດນິວເຊົາເວລ.
ປີນີ້ໄຟໄໝ້ປ່າອົດສະຕຣາລີໄດ້ເຜົາທຳລາຍອຸທະຍານແຫ່ງຊາດ ເຊິ່ງມີຂະໜາດເປັນ 3 ເທົ່າຂອງນະຄອນຫລວງລອນດອນ ແລະ ຍັງໄໝ້ລາມກິນເນື້ອທີ່ຫລາຍກວ່າ 5 ລ້ານໄລ່ ຫລື ມີຂະໜາດໃຫຍ່ກວ່າປະເທດອົດສະຕຣາລີ.

