ໂຄວິດຂ້າຊີວິດຊາວໂລກ 250.000 ຄົນແລ້ວ

ຜູ້ເສຍຊີວິດຈາກໂຄວິດ-19 ທົ່ວໂລກມີສູງເຖິງ 250.000 ຄົນແລ້ວ, ສ່ວນຕິດເຊື້ອສູງເຖິງ 3,5 ລ້ານຄົນ ແຕ່ສັນຍານທີ່ດີເກີດຂຶ້ນໃນອາເມລິກາທີ່ມີຜູ້ຕິດເຊື້ອຫລາຍທີ່ສຸດ ເນື່ອງຈາກນິວຢອກລາຍງານວ່າມີຜູ້ຕິດເຊື້ອໃໝ່ໜ້ອຍທີ່ສຸດນັບແຕ່ກາງເດືອນມີນາ ແລະ ແຄລິຟໍເນຍກຽມຫລຸດຜ່ອນມາດຕະການລັອກດາວ.
ປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດໃນເອີຣົບເລີ່ມຫລຸດຜ່ອນມາດຕະການລັອກດາວເຊັ່ນກັນເຊັ່ນ: ອິຕາລີເລີ່ມເປີດເສດຖະກິດໃໝ່ອີກ ຫລັງຈາກປິດມາ 2 ເດືອນ, ແຕ່ນາຍົກລັດຖະມົນຕີຂອງອິຕາລີຍັງຖືກວິພາກວິຈານວ່າຍັງເຂັ້ມງວດ ແລະ ລະວັງຈົນເກີນໄປ, ສ່ວນສະເປນເລີ່ມຫລຸດຜ່ອນລັອກດາວເຊັ່ນກັນ ຫລັງປິດເມືອງມາຫລາຍອາທິດ.
ອັບເດດສະຖານະການ
- ອາເມລິກາຍັງໄດ້ຮັບຜົນກະທົບຢ່າງຮຸນແຮງກວ່າປະເທດອື່ນໆ ເຖິງວ່າການເສຍຊີວິດໃນຮອບ 24 ຊົ່ວໂມງຜ່ານມາເພີ່ມຂຶ້ນຕໍ່າສຸດນັບແຕ່ເດືອນຜ່ານມາ ໂດຍສະຖິຕິຫລ້າສຸດເສຍຊີວິດ 1.015 ຄົນໃນ 24 ຊົ່ວໂມງ.
- ຣັດເຊຍມີຜູ້ຕິດເຊື້ອໃໝ່ຫລາຍກວ່າ 10.000 ຄົນເປັນມື້ທີສອງ. ທ່ານ Sergei Sobyanin ເຈົ້າຄອງນະຄອນຫລວງມົດສະກູ ກ່າວຕໍ່ປະຊາຊົນວ່າ: “ໄພຄຸກຄາມກຳລັງເພີ່ມຂຶ້ນຢ່າງຈະແຈ້ງ”.
- ສະເປນ ແລະ ໂປຣຕຸເກສ ສັ່ງໃຫ້ປະຊາຊົນຕ້ອງໃສ່ຜ້າອັດປາກທຸກຄົນເມື່ອໃຊ້ລະບົບຂົນສົ່ງສາທາລະນະ ໂດຍເລີ່ມແຕ່ວັນທີ 4 ພຶດສະພາ ເພື່ອຮອງຮັບມາດຕະການປົດລັອກການປົດລັອກເພີ່ມຕື່ມ.
- ສະໂລວານີ, ໂປແລນ ແລະ ຮົງກາລີ ອະນຸຍາດໃຫ້ພື້ນທີ່ສາທາລະນະ ແລະ ທຸລະກິດເປີດບໍລິການໄດ້ບາງສ່ວນ.
- ເຖິງວ່າອາເມລິກາຈະຕັດການຊ່ວຍເຫລືອ ແຕ່ອົງການອະນາໄມໂລກ (WHO) ຍັງສາມາດລະດົມທຶນໄດ້ 8.100 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນຄວາມພະຍາຍາມຂອງບັນດາປະເທດໃນການພັດທະນາ ແລະ ຜະລິດວັກແຊງ ເພື່ອຢຸດການແຜ່ລະບາດຂອງໄວຣັສ.
- ຜູ້ນຳຂອງມະຫາອຳນາດສຳຄັນໃນເອີຣົບ, ຍີ່ປຸ່ນ ແລະ ການາດາ ບໍລິຈາກເງິນຈຳນວນຫລາຍຊ່ວຍ WHO ຫລຸດທີ່ສຸດ ພ້ອມກັບມະຫາເສດຖີຄື: ບິລ ແລະ ເມລິນດາເກດ ພ້ອມຮຽກຮ້ອງໃຫ້ມີການຮ່ວມມືກັນ ແລະ ບໍ່ແມ່ນການແຂ່ງຂັນກັນ ເພື່ອຄົ້ນຫາວິທີການປິ່ນປົວ.
- ອາເມລິກາສະແດງທ່າທີແກ້ໜ້າທີ່ຕົນເອງບໍ່ໄດ້ມີສ່ວນຮ່ວມກັບການລະດົມທຶນ ໂດຍກະຊວງການຕ່າງປະເທດອາເມລິກາອອກຖະແຫລງການປະກາດວ່າ: ອາເມລິກາກຳລັງເປັນຜູ້ນຳໃນການຕອບສະໜອງຕໍ່ການລະບາດຂອງໂຄວິດ-19 ທົ່ວໂລກ ແລະ ກ່າວວ່າ: ໄດ້ໃຊ້ເງິນຫລາຍກວ່າ 1.000 ລ້ານໂດລາ ພ້ອມກັບບໍລິສັດຢາຕ່າງໆຢູ່ອາເມລິກາເພື່ອຄິດຄົ້ນວັກແຊງ.

