ສ.ເກົາຫລີ ກັບນະໂຍບາຍດີໆສຳລັບແຮງງານຕ່າງ ປະເທດ

ສ.ເກົາຫລີ ແມ່ນໜຶ່ງໃນບັນດາເປົ້າໝາຍສຳຄັນສຳລັບຕະຫລາດແຮງງານລາວໃນອະນາຄົດ ເພາະປະເທດນີ້ມີຄວາມຕ້ອງການແຮງງານທີ່ວ່າຢ່າງຫລວງຫລາຍ ເພື່ອສະໜອງໃຫ້ແກ່ໂຮງຈັກໂຮງງານ ລວມທັງແຮງງານທີ່ເຮັດວຽກຮັບໃຊ້ໃນຄົວເຮືອນ. ສ.ເກົາຫລີ ມີສະພາບບໍ່ແຕກຕ່າງຈາກຫລາຍປະເທດອຸດສາຫະກຳກ້າວໜ້າ ນັ້ນຄືເລື່ອງຂາດແຄນແຮງງານ ຍ້ອນສັງຄົມ “ຜູ້ເຖົ້າ” ລົ້ນເມືອງ, ແຕ່ອັດຕາການເກີດພັດຫລຸດໜ້ອຍຖອຍລົງ. ເພື່ອແກ້ໄຂບັນຫາຂາດແຄນແຮງງານນີ້, ສ.ເກົາຫລີ ໄດ້ມີນະໂຍບາຍດີໆຫລາຍຢ່າງເປັນແຕ່ລະໄລຍະ ເພື່ອດຶງດູດເອົາແຮງງານຕ່າງປະເທດ. ຫລ້າສຸດ ກໍມີຂ່າວໜຶ່ງທີ່ໃຫ້ຮູ້ວ່າ: ປະເທດນີ້ໄດ້ຮັບຮອງເອົາກົດໝາຍແຮງງານສະບັບປັບປຸງທີ່ໄດ້ກຳນົດນະໂຍບາຍຫລາຍຢ່າງສຳລັບແຮງງານຕ່າງປະເທດທີ່ລັກລອບເຂົ້າໄປເຮັດວຽກຢູ່ປະເທດແບບຜິດກົດໝາຍ. ນອກຈາກນັ້ນ ຍັງມີນະໂຍບາຍຍົກໂທດໃຫ້ບັນດາອຸດສາຫະກຳທັງຂະໜາດໃຫຍ່ ແລະ ນ້ອຍທີ່ຈ້າງແຮງງານຜິດກົດໝາຍຈາກຕ່າງປະເທດ, ແຕ່ເຕັມໃຈ ແລະ ສະໝັກໃຈແຈ້ງໃຫ້ທາງການຊາບໂດຍດີ ກ່ຽວກັບບັນຫາດັ່ງກ່າວ.
ບາງລາຍລະອຽດຂອງກົດໝາຍແຮງງານສະບັບປັບປຸງຂອງ ສ.ເກົາຫລີ ມີດັ່ງນີ້: ກົດໝາຍໄດ້ກຳນົດໃຫ້ແຮງງານຕ່າງປະເທດທັງໝົດທີ່ເຄື່ອນໄຫວອອກແຮງງານຢູ່ ສ.ເກົາຫລີ ແບບຜິດກົດໝາຍ ຫລື ຢູ່ກາຍກຳນົດອາຍຸຂອງວີຊາ ຮີບຮ້ອນລາຍງານຕົນຕໍ່ທາງການ ເພື່ອກັບຄືນປະເທດ ໂດຍທີ່ທາງການ ສ.ເກົາຫລີ ຈະບໍ່ປັບໄໝ ຕ່າງກັບກົດໝາຍແຮງງານສະບັບເກົ່າທີ່ທັງປັບໄໝ ແລະ ທັງກັກຂັງແຮງງານທີ່ອອກແຮງງານຢ່າງຜິດກົດໝາຍ ແລະ ຢູ່ກາຍກຳນົດວີຊາ. ແຮງງານຜິດກົດໝາຍທີ່ເຂົ້າລາຍງານຕົວ ແລະ ກັບຄືນປະເທດຕາມກຳນົດນັ້ນຈະມີສິດກັບຄືນເຂົ້າໄປອອກແຮງງານຢູ່ ສ.ເກົາຫລີ ໄດ້ຕາມເດີມ, ສ່ວນກົດໝາຍສະບັບເກົ່ານັ້ນ ນອກຈາກປັບໄໝເປັນເງິນຈຳນວນ 20 ລ້ານວອນ/ຄົນ (ປະມານ 140 ລ້ານກີບ) ສຳລັບຜູ້ຢູ່ເກີນກຳນົດວີຊາແຕ່ 3 ປີຂຶ້ນໄປ ຍັງຕັດສິດກັບຄືນໄປເຮັດວຽກຢູ່ ສ.ເກົາຫລີ ອີກ.
ນອກຈາກມີການຜ່ອນຜັນດ້ານລະບຽບການຕໍ່ແຮງງານຜິດກົດໝາຍຈາກຕ່າງປະເທດແລ້ວ, ກົດໝາຍແຮງງານສະບັບປັບປຸງຍັງໄດ້ກຳນົດນະໂຍບາຍທີ່ນິ້ມນວນຊວນໃຫ້ມີກຳລັງໃຈສຳລັບບັນດາອຸດສາຫະກຳ ທັງຂະໜາດໃຫຍ່ ແລະ ນ້ອຍ ຄືຖ້າອຸດສາຫະກຳໃດໄດ້ຈ້າງແຮງງານຜິດກົດໝາຍຈາກຕ່າງປະເທດ ແຕ່ສະໝັກໃຈແຈ້ງໃຫ້ທາງການຊາບກ່ຽວກັບການກະທຳຜິດຂອງຕົນແລ້ວ ແມ່ນຈະບໍ່ຖືກປັບໄໝຄືເມື່ອກ່ອນ. ຄັກໄປກວ່ານັ້ນ ກໍຄືວ່າບັນດາອຸດສາຫະກຳທີ່ມີຄວາມຈິງໃຈເຫລົ່ານີ້ຍັງຈະສາມາດຈ້າງແຮງງານຕ່າງປະເທດທີ່ຖືກຕ້ອງຕາມກົດໝາຍໄດ້ເປັນໄລຍະສະເພາະ ເພື່ອດຳເນີນທຸລະກິດຂອງພວກຕົນຕາມປົກກະຕິ. ຖ້າເປັນກົດໝາຍສະບັບເກົ່າ, ອຸດສາຫະກຳທີ່ມີຄວາມຜິດແບບນີ້ຕ້ອງຜະເຊີນກັບໄຟແດງແນ່ນອນ. (ບົດນີ້ອີງໃສ່ຂໍ້ມູນໜັງສືພິມ ຜູ້ແທນປະຊາຊົນ ສະບັບ 639 ອາທິດຂ້ອນທ້າຍເດືອນທັນວາ 2019).

