ສຕລ ປະກາດຮັບສະໝັກ ກໍາມະການຕັດສິນ ກຽມພ້ອມຮັບໃຊ້ວົງການບານເຕະລາວ

ອີງຕາມການແຈ້ງການຂອງ ສະຫະພັນບານເຕະແຫ່ງຊາດລາວ     ( ສຕລ ) ປະກາດໃນວັນທີ 8 ມັງກອນ 2020 ວ່າ: ບັນດາທ່ານທີ່ຢາກເປັນກໍາມະການຕັດສິນ ມາຮອດແລ້ວ ສະຫະພັນບານເຕະແຫ່ງຊາດລາວ ກຽມເປີດຝຶກອົບຮົມກຳມະການຕັດສິນ ຂັ້ນພື້ນຖານປະຈຳປີ 2020 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 10-14 ກຸມພາ 2020 ທີ່ ສະຫະພັນບານເຕະແຫ່ງຊາດລາວ, ເພື່ອເປັນການເປີດກວ້າງໃຫ້ບັນດາທ່ານທີ່ມີໃຈມັກຮັກທາງດ້ານກຳມະການຕັດສິນກິລາບານເຕະ ໄດ້ເຂົ້າມາເປັນກໍາມະການຕັດສິນຂອງ ສະຫະພັນບານເຕະແຫ່ງຊາດລາວ.

ເງື່ອນໄຂການສະຫມັກເຂົ້າຮ່ວມຝຶກອົບຮົມມີດັ່ງນີ້: ເພດຊາຍ ອາຍຸ 18-30 ປີ, ເພດຍິງ ອາຍຸ 18-25 ປີ, ລະດັບການສຶກສາ ມັດທະຍົມປາຍ ຂຶ້ນໄປ, ມີສຸຂະພາບແຂງແຮງສົມບູນດີ ສາຍຕາດີ ຫ້າວຫັນ ແລະ ມີໃຈມັກເປັນກໍາມະການຕັດສິນ, ຄ່າລົງທະບຽນ 300.000 ກີບ/ທ່ານ

ນະໂຍບາຍສຳມະນາກອນເຂົ້າຮ່ວມຝຶກອົບຮົມ ຊຸດເຂົ້າຮ່ວມຝຶກອົບຮົມ 2 ຊຸດ/ທ່ານ, ບັດເຫລືອງ–ບັດແດງ 1 ຊຸດ/ທ່າ, ໝາກຫວີດ 1 ຫນ່ວຍ/ທ່ານ, ກະຕິກາບານເຕະປີ 2019–2020/ທ່ານ, ໃບຢັ້ງຢືນການເຂົ້າຮ່ວມ ສະຫະພັນບານເຕະແຫ່ງຊາດລາວ ຈະຮັບຜິດຊອບອາຫານທ່ຽງ ແລະ ອາຫານຫວ່າງ ທຸກໆ ມື້ໃນໄລຍະການຝຶກອົບຮົມ

ປິດຮັບສະຫມັກ ວັນທີ 28 ມັງກອນ 2020 ສອບຖາມ: ສຕລ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອຍຫລວງວຽງຈັນ ໂທ: 02055744249ສາມາດຕື່ມແບບຟອມລົງທະບຽນ Online ໄດ້ທີ່ເວບໄຊ: https://forms.gle/A1eFLJZTuFGo3wRp6