ຕຳຫຼວດເພີ່ມຂໍ້ຫາ ກຣີນວູດ ລ່ວງລະເມີດທາງເພດ ແລະ ຂູ່ຂ້າ.

ກອງໜ້າຂອງ ຜີສາດແດງ ຖືກແຈ້ງຂໍ້ກ່າວຫາລ່ວງລະເມີດທາງເພດ ແລະ ຂົ່ມຂູ່ເຖິງຊີວິດ ເຮັດໃຫ້ຖືກຕຳຫຼວດກັກຕົວໄປສອບສວນຕື່ມ
ເມສັນ ກຣີນວູດ ໄດ້ຖືກຕຳຫຼວດຈັບກຸມໃນວັນອາທິດຜ່ານມາ ຫຼັງຈາກກາຍເປັນຜູ້ຕ້ອງສົງໄສໃນການຂົ່ມຂືນ ແລະ ທຳຮ້າຍຮ່າງກາຍ ຫຼ້າສຸດ ຕຳຫຼວດໄດ້ຮັບອະນຸຍາດໃຫ້ສອບປາກຄຳຜູ້ກ່ຽວຈົນຮອດວັນພຸດທີ 2 ກຸມພາ, ຫຼັງຈາກໄດ້ຕັດສິນໃຈຕັ້ງຂໍ້ຫາເພີ່ມຕື່ມ
ຖະແຫຼງການຂອງຕໍາຫຼວດເມືອງແມນເຊສເຕີ ກ່າວວ່າ “ນັກສືບໄດ້ຮັບເວລາເພີ່ມເຕີມເພື່ອສອບສວນຊາຍອາຍຸ 20 ປີ ລາວທີ່ຖືກຈັບໃນຂໍ້ຫາຂົ່ມຂືນ ແລະ ທຳຮ້າຍຮ່າງກາຍ”
“ຜູ້ຕ້ອງສົງໄສໄດ້ຖືກຄວບຄຸມໂຕມາຕັ້ງແຕ່ວັນອາທິດ ຫຼັງຈາກທີ່ພວກເຮົາຮັບຮູ້ຮູບພາບ ແລະ ວິດີໂອໃນສື່ໂຊຊ້ຽວ ເຊິ່ງຜູ້ຍິງຄົນໜຶ່ງໄດ້ລາຍງານເຖິງການໃຊ້ຄວາມຮຸນແຮງທາງຮ່າງກາຍ”
“ລາວຈະຖືກສອບສວນຕໍ່ໄປ ຫຼັງຈາກທີ່ຜູ້ພິພາກສາໄດ້ຂະຫຍາຍເວລາເຖິງວັນທີ 2 ກຸມພາ”
“ຫລັງຈາກການສືບສວນມາຮອດດຽວນີ້ ລາວໄດ້ຖືກຈັບກຸມເພີ່ມຕື່ມອີກ ໃນຖານະເປັນຜູ້ຕ້ອງສົງໄສຂອງການລ່ວງລະເມີດທາງເພດ ແລະ ຂົ່ມຂູ່ເຖິງຕາຍ”
“ໃນຂະນະທີ່ການສືບສວນ ຍັງດຳເນີນຢູ່, ຜູ້ຖືກຫາຍັງໄດ້ຮັບການຊ່ວຍເຫລືອຈາກຜູ້ຊ່ຽວຊານ”
ກ່ອນໜ້ານີ້ ຜີສາດແດງໄດ້ເອົາສິນຄ້າຂອງ ກຣີນວູດ ອອກຈາກຮ້ານອອນລາຍຂອງສະໂມສອນ, ໃນຂະນະທີ່ ໄນກີ້ ໄດ້ໂຈະສັນຍາຂອງລາວ, ບໍ່ດົນມານີ້ EA Sports(ອີເອ ສະປອດ) ໄດ້ລົບນັກເຕະອອກຈາກ FIFA 22(ເກມຟີຟ່າ 2022) ແລ້ວຮຽບຮ້ອຍ.

