ສະຫລອງປີໃໝ່ສາກົນ 2020 ຢູ່ນະຄອນຫລວງວຽງຈັນ ອຸປະຕິເຫດບົນທ້ອງຖະໜົນຫລຸດລົງ

ທ່ານພັນໂທເພັງສະຫວັນທໍາມາບູນຫົວຫນ້າພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ 2019 ແລະຕ້ອນຮັບປີໃຫມ່ 2020 ໂດຍສະເພາະວັນທີ 30 ທັນວາ 2019 ຫາວັນທີ 1 ມັງກອນ 2020 ນີ້, ໄດ້ມີອຸປະຕິເຫດບົນທ້ອງຖະຫນົນເກີດຂຶ້ນຢູ່ນະຄອນຫລວງວຽງຈັນທັງຫມົດ 23 ກໍລະນີ, ມີຜູ້ໄດ້ຮັບບາດເຈັບ 34 ຄົນ, ເພຫະນະເປ່ເພ 48 ຄັນແລະເສຍຊີວິດ 1 ຄົນ, ເຊິ່ງກໍລະນີມີຜູ້ເສຍຊີວິດແມ່ນແມ່ນ ກີດຂຶ້ນໃນເວລາປະມານ 23:20 ໂມງຂອງວັນທີ 31 ທັນວາ 2019 ຢູ່ເສັ້ນທາງເຂດບ້ານໂສກປ່າຫລວງເມືອງສີສັດຕະນາກ, ລະຫວ່າງລົດຈັກຕໍາກັບລົດໃຫຍ່
ທຽບໃສ່ໄລຍະດຽວກັນຂອງປີຜ່ານມາອຸປະຕິເຫດຫລຸດລົງ 5 ກໍລະນີ ແລະ ເສຍຊີວິດຫລຸດ 6 ຄົນ ແລະ ຕົວເລກອຸປະຕິເຫດຫຼຸດລົງນີ້ຍ້ອນ ໃນໄລຍະດັ່ງກ່າວ ເຈົ້າໜ້າທີ່ໄດ້ວາງຈຸດກວດການັກຂັບຂີ່ ເພື່ອສະກັດກັ້ນການເກີດອຸປະຕິເຫດຢູ່ຕາມເສັ້ນທາງຫຼັກ, ໂດຍສະເພາະເຂັ້ມງວດມາດຕະການກວດທາດເຫລົ້າ, ຈັບຄວາມໄວລົດຂອງພາຫະນະຫຼາຍກວ່າ 10 ຈຸດ, ໃນ 9 ເມືອງ, ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງຫລຸດຜ່ອນອຸປະຕິເຫດທາງຖະໜົນໃນໄລຍະດັ່ງກ່າວ. ພ້ອມດຽວກັນນັ້ນ ກໍສຸມໃສ່ວຽກງານໂຄສະນາເຜີຍແຜ່, ແນະນຳໃຫ້ກຳລັງທຸກຄົນຕ້ອງເອົາໃຈໃສ່ໃນການປະຕິບັດໜ້າທີ່ໃນໄລຍະດັ່ງກ່າວ, ໂດຍຈັດກຳລັງຈະລາຈອນປ້ອງກັນຢູ່ຖະໜົນສາຍຫລັກ ແລະ ຕາມປ້ອມ ເພື່ອຮັບປະກັນບໍ່ໃຫ້ມີການສັນຈອນມີຄວາມແອອັດຕາມເສັ້ນທາງຕ່າງໆໃນຕົວເມືອງ ແລະ ເຂັ້ມງວດ ນຳໃຊ້ມາດຕະການບັງຄັບດ້ານລະບຽບກົດໝາຍ.

