ຫວຽດນາມມອບອຸປະກອນການແພດໃຫ້ 8 ປະເທດໃນອາຊີ-ປາຊີຟິກ

ໂດຍ: ລູກເມືອງພວນ

ຫວຽດນາມໄດ້ມອບອຸປະກອນການແພດ ມູນຄ່າ 420.000 USD ໃຫ້ 8 ປະເທດໃນອາຊີ-ປາຊີຟິກ ທີ່ເປັນປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ເພື່ອຕ້ານໂຄວິດ-19.

ຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ, ວັນທີ 18 ພຶດສະພານີ້, ໄດ້ມອບໃນນາມອຸປະກອນການແພດ ເພື່ອຊ່ວຍປ້ອງກັນພະຍາດໂຄວິດ-19 ໃຫ້ 8 ປະເທດທີ່ເປັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ໃນອາຊີ, ອາຊີຕາເວັນອອກ ແລະ ປາຊີຟິກ ຊຶ່ງລວມມີ ອອສເຕເລຍ, ບຣູໄນ, ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປແລະ ໄທ.

ອຸປະກອນດັ່ງກ່າວລວມມີ: ຜ້າອັດປາ-ດັງ, ໜ້າກາກອະນາໄມການແພດ, ນໍ້າຢາຂ້າເຊື້ອ, ຊຸດປ້ອງກັນໄວຣັດ, ເຄື່ອງກວດວັດເຊື້ອໂຄວິດ ໂດຍຜະລິດຈາກຫວຽດນາມເອງ ໃນມູນຄ່າ 420.000 USD.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ