ການຄ້າແຂວງອຸດົມໄຊ ທຳລາຍສິນຄ້າໝົດອາຍຸ ລອກຮຽນແບບຜິດ​ລະບຽບ​ກົດໝາຍ

      ​​ເມື່ອ​ບໍ່​ດົນ​ມາ​ນີ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ​ໄດ້​ນຳ​ເອົາສິນຄ້າໝົດອາຍຸ, ລອກຮຽນແບບ, ປອມແປງ, ສິນຄ້າເກືອດຫ້າມ ແລະ ສິນຄ້າທີ່ລັກລອບ​ນຳ​ເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ​ເຊິ່ງປະກອບ​ມີປະເພດເຄື່ອງດື່ມ ແລະ ອາຫານແຫ້ງ, ນ້ຳຢາ​ລ້າງ​ຖ້ວຍ, ແຟັບ, ຈານດາວທຽມ, ແປ້ງນົວ, ຢາສະຜົມ, ຢາສູບ ແລະ ເຄື່ອງຊັອດປາ ລວມມູນຄ່າ 61 ລ້ານ​ກວ່າກີບ ມາ​ທຳລາຍ​ຖິ້ມ ​ໂດຍ​ສິນຄ້າ​ດັ່ງກ່າວ​ແມ່ນ​ເຈົ້າໜ້າ​ທີ່​ໄດ້​ກວດ​ພົບ ​ແລະ ຍຶດ​ໄດ້​ຢູ່​ຕາມ​ຮ້ານ​ຂາຍ​ເຄື່ອງ​ໃນ​ເທສະ​ບານ​ແຂວງ.

      ຫົວໜ້າຂະແໜງການຄ້າພາຍໃນ​ແຂວງ​ດັ່ງກ່າວ ໃຫ້ຮູ້ວ່າ: ​ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ດຳລັດວ່າດ້ວຍການກວດກາການຄ້າ​ໃຫ້​ເຂັ້ມງວດ ເຈົ້າໜ້າທີ່ກວດກາການຄ້າໄດ້ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ແລະ ສະກັດກັ້ນ ບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສັງຄົມມີຄວາມສະຫົງບ, ປະຊາຊົນໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ສິນຄ້າໄດ້ມາດຕະຖານ ແລະ ປອດໄພຕໍ່ສຸຂະພາບ. ພ້ອມ​ທັງຮຽກຮ້ອງໃຫ້ຜູ້ປະກອບການຖືສຳຄັນໃນການປະຕິບັດລະບຽບກົດໝາຍ ແລະ ກວດກາເບິ່ງສິນຄ້າກ່ອນທີ່ຈະນຳມາຈຳໜ່າຍ, ສ່ວນຜູ້ບໍລິໂພກກ່ອນຈະຊື້ສິນຄ້າບໍລິໂພກກໍຄວນກວດກາເບິ່ງວັນເດືອນປີທີ່ຜະລິດໃຫ້ລະອຽດ ເພື່ອໃຫ້ໄດ້ຮັບສິນຄ້າທີ່ດີມີຄຸນນະພາບ ແລະ ປອດໄພຕໍ່ສຸຂະພາບ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ