ຄາດວ່າຜົນຜະລິດເຂົ້ານາປີຈະບັນລຸພຽງ 2,91 ລ້ານໂຕນ ຊຶ່ງຈະຕ້ອງປູກເຂົ້ານາແຊງໃຫ້ໄດ້ຢ່າງໜ້ອຍ 90 ພັນເຮັກຕາ

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທົ່ວປະເທດສາມາດເກັບກ່ຽວມ້ຽນມັດເຂົ້ານາປີສໍາເລັດແລ້ວ 597.113 ເຮັກຕາ ເທົ່າກັບ 77% ຂອງເນື້ອທີ່ປັກດຳຕົວຈິງ 778.000 ເຮັກຕາ (ຜົນເສຍຫາຍຈາກໄພທຳມະຊາດ 108.309 ເຮັກຕາ). ຄາດວ່າຜົນຜະລິດຈະໄດ້ພຽງ 2,91 ລ້ານໂຕນ, ສະມັດຕະພາບສະເລ່ຍປະມານ 4,3 ໂຕນຕໍ່ເຮັກຕາ. ບັນຫາທີ່ກະທົບຕໍ່ການຜະລິດໃນລະດູຝົນປີນີ້ ແມ່ນບັນຫານໍ້າຖ້ວມ, ດິນເຈື່ອນ ແລະ ສັດຕູພືດທໍາລາຍ ແຕ່ເຖິງຢ່າງໃດກໍຕາມປະຊາຊົນຢູ່ເຂດພູດອຍ ແລະ ເຂດທົ່ງພຽງ ກໍໄດ້ນໍາໃຊ້ເຕັກນິກກະສິກໍາແບບປະສົມປະສານ ຕິດພັນກັບພື້ນທີ່ການຜະລິດຕົວຈິງ ເພື່ອທົດແທນຜົນຜະລິດທີ່ຂາດຫາຍໄປ, ໂດຍສຸມໃສ່ຜະລິດເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ 90.000 ເຮັກຕາ.
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ອີກວ່າ: ໃນໜຶ່ງເດືອນຜ່ານມາ ເຈົ້າໜ້າທີ່ກວດກາປ່າໄມ້ປະຈໍາແຂວງ ແລະ ນະຄອນຫຼວງ ໄດ້ດໍາເນີນການສືບສວນ-ສອບສວນ ທັງໝົດ 9 ຄະດີ (ຄະດີກ່ຽວກັບໄມ້ 7 ຄະດີ, ຄະດີກ່ຽວກັບສັດນໍ້າ-ສັດປ່າ 2 ຄະດີ) ເພື່ອນໍາຜູ້ກະທໍາຜິດມາກ່າວເຕືອນສຶກສາອົບຮົມ ແລະ ປັບໄໝຕາມລະບຽບກົດໝາຍ.

