ລ້ຽງປາຄໍໃສ່ອ່າງຊີມັງ

ປາຄໍ ເປັນປານ້ຳຈຶດທີ່ມີຄຸນຄ່າທາງເສດຖະກິດຊະນິດໜຶ່ງຂອງປະເທດເຮົາພົບເຫັນອາໄສຢູ່ໃນແຫລ່ງນ້ຳຈຶດທົ່ວໄປໃນປະເທດເຮົາ ເປັນປາທີ່ມີລົດຊາດດີ ມີກ້າງໜ້ອຍ ສາມາດນຳມາປຸງແຕ່ງອາຫານໄດ້ຫລາກຫລາຍຊະນິດ ໂດຍທຳມະຊາດແລ້ວປາຄໍເປັນປາປະເພດກິນຊິ້ນ ກິນສິ່ງມີຊີວິດທີ່ອາໄສຢູ່ໃນນ້ຳລວມທັງປານ້ອຍ ແລະ ແມງໄມ້ຕ່າງໆ ໃນນ້ຳເປັນອາຫານ ເມື່ອອາຫານຂາດເຂີນເຮັດໃຫ້ປາຄໍໂຕໃຫຍ່ກິນປາໂຕນ້ອຍ ເຊິ່ງການລ້ຽງປາຄໍເລື່ອງອາຫານເປັນເລືອງສຳຄັນຫລາຍເພາະຖ້າອາຫານຂາດເຂີນ
ກຽມອ່າງຊີມັງ
1.ອ່າງຊີມັງຄວນເຮັດຫລາຍໆ ອ່າງກໍຈະດີ ເຊັ່ນ: ອ່າງອານຸບານປາຄໍ ຄວນມີຂະໜາດ 2X3 ແມັດ ຫລື 2X2 ແມັດກໍໄດ້ ຄວາມເລິກປະມານ 30 ຊັງຕີແມັດ. ມີຫລັງຄາ ປ້ອງກັນງູ ແລະ ນົກ ຈະມາກິນລູກປາຄໍ, ປ່ອຍລູກປາຂະໜາດ (ປະມານ 1-2 ນິ້ວ) ໄດ້ 2.000-3.000 ໂຕ ຄວນເຮັດ 2-3 ອ່າງຖ້າຕ້ອງລ້ຽງປາຈຳນວນ 10.000 ໂຕ ອານຸບານໄວ້ 30 ວັນ.
ອ່າງລ້ຽງ ຄວນມີຂະໜາດ 5X10 ແມັດ ເລິກ 1 ແມັດ ແຊ່ນ້ຳໃຫ້ມີຂີ້ໄຄນ້ຳຕິດໃຫ້ໝົດລິດຂອງຊີມັງໃສ່ນ້ຳເລິກ 30 ຊັງຕີແມັດ. ໃສ່ຜັກຕົບ (ຜັກປອດ) ຈຳນວນເຄິ່ງໜຶ່ງຂອງພື້ນທີ່ອ່າງໃຫ້ປາຄໍໄດ້ລີ້ແສງ ແລະ ປ້ອງກັນນ້ຳເປື້ອນງ່າຍ ອ່າງລ້ຽງຕ້ອງມີປະມານ 2-3 ອ່າງ ເພື່ອໃຫ້ຄັດຂະໜາດປາທີ່ໃຫຍ່ເທົ່າໆ ກັນລ້ຽງໃນອ່າງດຽວກັນ.
ການຫາລູກປາຄໍ ແລະ ການອານຸບານ
ລູກປາຄໍຫາໄດ້ຈາກ ຄອງນ້ຳ ທົ່ງນາ ຫລື ແຫລ່ງນ້ຳ ຈະເຫັນວ່າໃນໄລຍະລະດູຝົນເດືອນພຶດສະພາ ຫາ ເດືອນສິງຫາ ປາຄໍຈະວາງໄຂ່ ແລະ ຈະມີລູກປານ້ອຍໆ ໂຕຂະໜາດ 1-2 ນິ້ວ ເປັນຝູງເມື່ອໄດ້ລູກປາແລ້ວນຳມາແຊ່ນ້ຳໃໝ່ໂດຍໃສ່ຢາຂ້າເຊື້ອໂຣກເຈືອຈາງກ່ອນນຳລົງ ອ່າງອານຸບານປະໄວ້ 1 ມື້ ໃຫ້ລູກປາຫິວກໍຈະນຳອາຫານຊະນິດຝຸ່ນຂອງປາດຸກນ້ອຍ ມາປັ້ນກ້ອນຂະໜາດເທົ່າຫົວໂປ້ມື 2-3 ກ້ອນ ປະໄວ້ຢູ່ອ່າງລູກປາຈະເຂົ້າມາກິນ ໃນມື້ຕໍ່ໆມາ ຄວນໃຫ້ວັນລະ 2 ຄັ້ງເຊົ້າ-ແລງ ແລະ ມື້ຕໍ່ມາຄວນຝຶກໃຫ້ກິນຈິງລິດໂຕນ້ອຍໆ ໃນອາທິດທີ 3-4 ເຊິ່ງລູກປາຈະໃຫຍ່ຂະໜາດເທົ່ານິ້ວມືຄວາມຍາວຂະໜາດ 4-5 ນິ້ວ.
ເມື່ອລູກປາອາຍຸ 1 ເດືອນ ຈະຍ້າຍປາຄໍລົງອ່າງລ້ຽງຂະໜາດ 5X10 ແມັດ ຈຳນວນອ່າງລະ 2.000-3.000 ໂຕ ໄລຍະນີ້ກໍລະນີບໍ່ມີຈິງລິດພຽງພໍ ໃຫ້ເອົາຫອຍເຊີລີມາຕົ້ມ ແລະ ແກະເອົາແຕ່ຫົວຫອຍມາພັກໃຫ້ເປັນຕອນນ້ອຍໆ ເອົາໄປໃຫ້ປາກິນຈຳນວນຫອຍເມື່ອແກະແລ້ວ ເທື່ອລະ 1 ກິໂລ ຈະເຮັດໃຫ້ນ້ຳເປື້ອນປະມານ 15 ມື້ ຈະຕ້ອງປ່ຽນ ນ້ຳ ການປ່ຽນ ນ້ຳໃຫ້ນ້ຳໄຫລອອກຈາກຮູລະບາຍນ້ຳທີ່ມີຂະໜາດນ້ອຍກວ່າໂຕປາ ປ່ອຍນ້ຳໃຫ້ອອກໝົດອ່າງແລ້ວເອົານ້ຳໃໝ່ໃສ່ ຂໍ້ດີຄື ເຮັດໃຫ້ເຮົາເຫັນສະພາບປາໄດ້ຈະແຈ້ງວ່າ ປາເຈັບ ຫລື ບໍ່? ແລະ ປະລິມານການເຕີບໃຫຍ່ຈະເຫັນໄດ້ດີພ້ອມທັງຄັດຂະໜາດຂອງປາໄດ້.
ຂໍ້ຄວນລະວັງ.
ອ່າງຈະຕ້ອງມີຕາໜ່າງຂຽວ ອ້ອມໄວ້ໃຫ້ສູງ ຖ້າຝົນຕົກປາຄໍຈະກະໂດດສູງ ຖ້າບໍ່ກັນຈະກະໂດດອອກໝົດ.
ອາຫານປາຄໍ
ຈຳເປັນຈະຕ້ອງຫລຸດຕົ້ນທຶນໃຫ້ຫລາຍທີ່ສຸດ ໃຫ້ໄດ້ກຳໄລຫລາຍທີ່ສຸດ ໄລຍະຂອງການລ້ຽງປາຄໍ.
ຕ້ອງການປາຄໍຂະໜາດນ້ອຍ 4 ໂຕຕໍ່ກິໂລ ຈະໃຊ້ເວລາປະມານ 6 ເດືອນ.
ຕ້ອງການປາຄໍຂະໜາດ 2-3 ໂຕຕໍ່ກິໂລ ຈະໃຊ້ເວລາ 8-9 ເດືອນ.

