ໄຊຍະບູລີທໍາລາຍສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ-ສິນຄ້າໝົດອາຍຸ ລວມມູນຄ່າ 27 ລ້ານກວ່າກີບ

     ພິທີທໍາລາຍສິນຄ້າໝົດອາຍຸ, ສິນຄ້ານອກລະບົບ, ສິນຄ້າລອກຮຽນ ແບບ, ສິນຄ້າຫ້າມນໍາເຂົ້າ-ຈໍາໜ່າຍ ແລະ ອຸປະກອນຮັບສັນຍານໂທລະພາບ ໃນວັນທີ 17 ທັນວານີ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ​ໄດ້​ທຳລາຍ​ສິນຄ້າ​ໝົດ​ອາຍຸ, ສິນຄ້າ​ນຳ​ເຂົ້າບໍ່​ຖືກຕ້ອງ​ທີ່​ໜ່ວຍ​ງານ​ສະ​ເພາະ​ກິດ​ສາມາດ​ຍຶດມາ​ໄດ້​ໃນ​ຕະຫລາດ​ຕ່າງໆ ລວມມີ​ມູນ​ຄ່າ​ຫລາຍ​ກວ່າ 27 ລ້ານ​ກີບ​ຄື: ຢາສູບ, ຢາສູບໄຟຟ້າ ​ແລະ ໄດ້ພົບເຫັນສິນຄ້າໝົດອາຍຸ, ສິນຄ້າລອກຮຽນແບບ ມີ 6 ລາຍການ ພ້ອມໄດ້ສົມທົບກັບຕໍາຫຼວດສິ່ງແວດ ລ້ອມ ແລະ ຕໍາຫຼວດເສດຖະກິດ ປກສ ແຂວງ ລົງກວດກາຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມທີ່ບໍ່ຖືກຕ້ອງ ແລະ ອຸປະກອນລ່າເນື້ອແບບດັບສູນ, ອຸປະກອນຂຸດຄົ້ນໄມ້ ລວມມີ 21 ລາຍການ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ