ວັນທີ 10 ພະຈິກ 2022 ນີ້ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຖະແຫລງໃຫ້ຮູ້ວ່າ: ຈັດງານເທສະການແຫ່ພຣະໄຕປິດົກ ສືບສານວັດທະນະທຳ ລຳວົງສາລະວັນ ຈະໄດ້ເລື່ອນການຈັດງານ ຈາກວັນທີ 14-20 ພະຈິກ 2022 ມາເປັນວັນທີ 21-27 ພະຈິກ 2022 ຍ້ອນຍັງບໍ່ມີຄວາມພ້ອມໃນບາງດ້ານ.
ທັງນີ້ ເພື່ອເຮັດໃຫ້ງານດັ່ງກ່າວຮັບປະກັນຄວາມພ້ອມ 100%, ນັບທັງການກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງມາຮ່ວມ, ມາຊົມໃຫ້ມີຄວາມປະທັບໃຈ ພ້ອມທັງເຮັດໃຫ້ງານບັນລຸໄດ້ຄວາມໝາຍຄວາມສຳຄັນ, ມີຄວາມສວຍງາມ, ຮັກສາໄດ້ມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ຕິດພັນກັບກິດຈະກຳທີ່ສຳຄັນທາງສາສະໜາ ແລະສົ່ງເສີມການທ່ອງທ່ຽວຂອງແຂວງສາລະວັນ.
ທ່ານຮອງເຈົ້າແຂວງໄດ້ເຊີນຊວນມວນຊົນທັງພາຍໃນ, ຕ່າງແຂວງ ແລະຕ່າງປະເທດ ເຂົ້າຮ່ວມກິດຈະກຳຕ່າງໆ ທ່ຽວຊົມງານເທສະການແຫ່ພຣະໄຕປິດົກ ສືບສານວັດທະນະທຳ ລຳວົງສາລະວັນພ້ອມກັນດ້ວຍຄວາມເບີກບານມ່ວນຊື່ນ.