ການນໍາພັກ-ລັດເຂົ້າຮ່ວມງານສະແດງວັດທະນະທໍາສຽງແຄນມໍຣະດົກເຊື້ອຊາດລາວມໍຣະດົກໂລກ


ໃນຄໍ່າຄືນວັນທີ 13 ທັນວານີ້, ການນໍາຂັ້ນສູງພັກ-ລັດຖະບານນໍາໂດຍທ່ານ ພັນຄໍາ ວິພາວັນຮອງປະທານປະເທດ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວຊາດ, ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການແລະການລົງທຶນ, ທ່ານ ຈັນສະໝອນ ຈັນຍາລາດລັດ ຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍລັດຖະມົນຕີ-ຮອງລັດຖະມົນຕີກະຊວງຕ່າງໆ ແລະ ມວນຊົນຊາວນະຄອນຫລວງວຽງຈັນໄດ້ເຂົ້າຮ່ວມຊົມງານສະແດງວັດທະນະທໍາ “ສຽງແຄນມໍຣະດົກລາວມໍຣະດົກໂລກ” ທີ່ຈັດຂຶ້ນດ້ວຍບັນຍາກາດຟົດຟື້ນຢູ່ທີ່ຫໍວັດທະນະທໍາແຫ່ງຊາດ.


ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວໄດ້ຂຶ້ນມີຄໍາເຫັນເປີດພິທີວ່າ: ງານສະແດງວັດທະນະທໍາທີ່ມີຄວາມໝາຍດ້ານປະຫວັດສາດນີ້, ຈັດຂຶ້ນກົງກັບວັນເກີດຄົບຮອບ 99 ປີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພັກ-ລັດແລະປະຊາຊົນລາວບັນດາເຜົ່າ.

ນອກນີ້, ແຄນ ແລະ ສຽງແຄນລາວ ທີ່ເປັນມໍຣະດົກວັດທະນະທຳອັນລ້ຳຄ່າຕິດພັນກັບວິຖີຊີວິດຂອງຄົນທີ່ໄດ້ຕົກທອດກັນມານັບເປັນເວລາກວ່າ 3.000 ປີຜ່ານມານັ້ນ, ຈຶ່ງເຮັດໃຫ້ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນມໍຣະດົກດັ່ງກ່າວນີ້ແລະ ເພິ່ນຍັງເປັນຜູ້ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຊຳນານໃນການນຳໃຊ້ແຄນ, ເປົ່າແຄນ-ດ່ຽວແຄນ, ໂດຍສະເພາະການເປົ່າແຄນຂັບລຳຄອນສະຫວັນເປັນຕົ້ນ.

ຍ້ອນເຫດຜົນດັ່ງກ່າວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຈຶ່ງໄດ້ກໍານົດເອົາວັນເກີດຂອງປະທານ ໄກສອນ ພົມວິຫານ ໃນໂອກາດໝູນວຽນຄົບຮອບ 85ປີ (13 ທັນວາ 2005) ເປັນມື້ສ້າງຕັ້ງສະມາຄົມແຄນລາວແລະ ມື້ນີ້ກໍພໍດີກັບວັນສ້າງຕັ້ງສະມາຄົມນີ້ຄົບຮອບ 14ປີ, ສະໂມສອນນີ້, ໄດ້ພະຍາຍາມເຕົ້າໂຮມນັກສິນລະປິນໝໍແຄນ, ໝໍຂັບ-ໝໍລຳ, ຊ່າງແຄນ ແລະ ຈັດຕັ້ງການສອບເສັງການເປົ່າແຄນ, ການເຮັດແຄນທົ່ວປະເທດ, ພ້ອມທັງໄດ້ມີຄວາມພະຍາຍາມຮ່ວມກັບພາກສ່ວນກ່ຽວຂ້ອງຂອງກະຊວງຕ່າງໆເພື່ອຄົ້ນຄວ້າແລະສະເໜີໃຫ້ອົງການຢູເນັດສະໂກ ຈົດທະບຽນແຄນລາວເປັນມໍຣະດົກໂລກໃນວັນທີ 7 ທັນວາ 2017 ແລະອົງການສະຫະປະຊາຊາດເພື່ອການພັດທະນາ (ຢູເນັດສະໂກ) ໄດ້ອອກອະນຸຍາດຈົດທະບຽນເອົາສຽງແຄນເຊື້ອຊາດລາວ ເປັນມໍຣະດົກນາມມະທຳຂອງມວນມະນຸດໂລກ ແລະ ມື້ນີ້ກໍພໍດີກັບວັນສຽງແຄນເຊື້ອຊາດລາວມໍຣະດົກໂລກ ໄດ້ໝູນວຽນຄົບຮອບ 2ປີພໍດີ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ງານສະແດງສຽງແຄນຄັ້ງນີ້, ແມ່ນເພື່ອສ້າງບັນຍາກາດໃຫ້ແກ່ການສະເຫລີມມສະຫລອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99ປີ ແລະ ເປັນການປຸກລະດົມຂະບວນການເພື່ອເຂົ້າຮ່ວມມະໂຫລານສຽງແຄນເຊື້ອຊາດລາວມໍຣະດົກໂລກທົ່ວປະເທດປີ 2020 ເພື່ອຂ່ຳນັບຮັບຕ້ອນ ແລະ ສະຫລອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ເພື່ອສ້າງບັນຍາກາດໃຫ້ແກ່ການສະເຫລີມສະຫລອງ ວັນຊາດທີ 2 ທັນວາຄົບຮອບ 44ປີ, ພ້ອມທັງເປັນການຊຸກຍູ້ປຸກລະດົມຂະບວນການສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ 3ຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ເພື່ອເປັນການປຸກລະດົມກຳລັງໃຈຂອງຂະບວນການສິນລະປະວັດທະນະທຳແຄນລາວ, ເຕົ້າໂຮມໝໍແຄນ, ໝໍຂັບ, ໝໍລຳ, ຊ່າງແຄນ ເພື່ອພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍມູນມໍຣະດົກແຄນລາວ, ປົກປັກຮັກສາ ແລະ ເສີມຂະຫຍາຍສຽງແຄນເຊື້ອຊາດລາວ ມໍຣະດົກໂລກ ໃຫ້ຍືນຍົງຢູ່ກັບຄົນລາວ ແລະ ຊາດລາວຕະຫລອດໄປ.ສະນັ້ນ, ການໄດ້ມາຊຶ່ງສຽງແຄນເຊື້ອຊາດລາວ ມໍຣະດົກໂລກ ບວກກັບມໍຣະດົກໂລກຫລວງພະບາງ, ວັດພູຈຳປາສັກ ແລະ ທົ່ງໄຫຫີນຊຽງຂວາງ ໄດ້ນຳເອົາຊື່ສຽງ, ກຽດສັກສີອັນໃຫຍ່ຫລວງມາໃຫ້ແກ່ຊາດລາວເຮົາກໍຄືມວນມະນຸດໂລກ, ຊຶ່ງຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນ ຈົ່ງພ້ອມກັນປົກປັກຮັກສາ, ເສີມຂະຫຍາຍມໍຣະດົກໂລກດັ່ງກ່າວ ໃຫ້ຄົງຢູ່ກັບຄົນລາວ ແລະ ປະເທດລາວຕະຫຼອດໄປ.

