ຈັບຕົວຊາຍໜຸ່ມ 2 ຄົນ ກໍ່ເຫດລັກພຣະພຸດທະຮູບ ຍ້ອນ ຕິດການພະນັນເກມອອນລາຍ

ວັນທີ 27 ສິງຫາ 2025 ນີ້, ເຈົ້າຫນ້າທີ່ຕຳຫລວດພະແນກສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ຮ່ວມກັບ ເຈົ້າຫນ້າທີ່ຕຳຫລວດ ປກສ ເມືອງຫນອງບົກ ແຂວງຄໍາມ່ວນໄດ້ນຳຕົວຜູ້ກໍ່ເຫດຊື່ ທ້າວ ພານຸພອນ ລິດຍະສົມຈິດ ອາຍຸ 25 ປີ ແລະ ທ້າວ ລາຕີ ວັງວຽງທອງ ອາຍຸ 42 ປີ ທັງສອງເປັນປະຊາຊົນ, ບ້ານຫນອງບົກ, ເມືອງຫນອງບົກ, ແຂວງຄຳມ່ວນ ໄປຈໍາລອງເຫດການ ຄະດີຫລັກຊັບ (ພຣະພຸດທະຮູບ) ທີ່ວັດໃຫຍ່ສີບຸນເຮືອງ ບ້ານໜອງບົກ ແຂວງຄຳມ່ວນ.
ຕໍ່ກັບຄະດີດັ່ງກ່າວ ວັນທີ 25 ເມສາ 2025 ຄົນຮ້າຍໄດ້ລັກເອົາພຣະພຸດທະຮູບທີ່ເກັບຮັກສາໄວ້ໃນຕູ້ໄມ້ພາຍໃນສິມ ເສຍຫາຍ ຫລາຍອົງ ຈາກນັ້ນເຈົ້າຫນ້າທີ່ຕຳຫລວດກອງບັນຊາການ ປກສ ເມືອງຫນອງບົກ ຈຶ່ງໄດ້ປະສານສົບທົບກັບກອງບັນຊາການ ປກສ ແຂວງຄຳມ່ວນ ລົງກວດກາສັນລະສູດສະຖານທີ່ເກີດເຫດເກັບກຳຂໍ້ມູນເບື້ອງຕົ້ນເຫັນວ່າມີມູນຄວາມຈິງ, ພ້ອມທັງໄດ້ຂຶ້ນບັນຊີເປົ້າຫມາຍຢູ່ໃນພື້ນທີ່.

ມາຮອດວັນທີ 24 ມິຖຸນາ 2025 ຈຶ່ງສາມາດ ກັກຕົວຜູ້ກໍ່ເຫດໄດ້ 2 ຄົນຄື: ທ້າວ ລາຕີ ວັງວຽງທອງ ອາຍຸ 42 ປີ ແລະ ທ້າວ ພານຸພອນ ສິດຍະສົມຈິດ ອາຍຸ 25 ປີ ທັງສອງເປັນປະຊາຊົນ, ບ້ານຫນອງບົກ, ເມືອງຫນອງບົກ, ແຂວງຄຳມ່ວນ ມາດຳເນີນການສອບສວນ.
ຜ່ານການສອບສວນພວກກ່ຽວທັງສອງໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າຫນ້າທີ່ຕຳຫລວດວ່າ: ໄດ້ລົງມືກໍ່ເຫດລັກເອົາພຣະພຸດທະຮູບດັ່ງກ່າວແທ້. ເຊິ່ງໃນມື້ກໍ່ເຫດ ທ້າວ ພານຸພອນ ລິດຍະສົມຈິດ ແມ່ນໄດ້ມາຫາ ທ້າວ ລາຕີ ວັງວຽງທອງ ຢູ່ວັດໃຫຍ່ສີບຸນເຮືອງ ເພື່ອມາຮ່ວມງານບຸນໃຫຍ່ປະຈຳປີ (ຜ່ານມາທັງສອງແມ່ນຮູ້ຈັກກັນພ້ອມທັງພົວພັນເສບຢາເສບຕິດ,ຫລິ້ນການພະນັນເກມອອນລາຍຮ່ວມກັນ) ໃນວັນກໍ່ເຫດ ທ້າວ ພານຸພອນ ສິດຍະສົມຈິດ ໄດ້ເວົ້າກັບ ທ້າວ ລາຕີ ວັງວຽງທອງ ວ່າ ເຮົາຈະຊອກຫຍັງໄປຂາຍເພື່ອເອົາເງິນມາຫລີ້ນເກມ. ທ້າວ ລາຕີ ວັງວຽງທອງ ຈຶ່ງຕອບວ່າ: ມີແຕ່ພຣະພຸດທະຮູບຢູ່ໃນສິມ, ລູກກະແຈແມ່ນເຫັນຫ້ອຍຢູ່ຫນ້າກຸດຕິຫັນເດ. ຈາກນັ້ນ, ທ້າວ ລາຕີ ວັງວຽງທອງ ຈິ່ງໄດ້ເຂົ້ານອນ.

ພໍຮອດເວລາປະມານ 23:00 ໂມງ ຂອງວັນທີ 25 ເມສາ 2025 ທ້າວ ພານຸພອນ ລິດຍະສົມຈິດ ແມ່ນໄດ້ເຂົ້າໄປລັກເອົາພຣະພຸດທະຮູບທີຫໍ່ໄຫວ້ຈຳນວນ 2 ຫໍ່ ແຕ່ບໍ່ຮູ້ຈຳນວນວ່າມີຈັກອົງມາຊຸກເຊື່ອງໄວ້ຢູ່ກຸດຕິບ່ອນພັກເຊົາ ແລ້ວເອົາລູກກະແຈໄປໄວ້ບ່ອນເກົ່າ ພ້ອມທັງບອກທ້າວ ລາຕີ ວັງວຽງທອງ ວ່າ: ພຣະພຸດທະຮູບແມ່ນໄດ້ລັກເອົາອອກມາແລ້ວ. ຖ້າແມ່ນຂາຍໄດ້ຊິປັນເງິນໃຫ້. ຈາກນັ້ນ, ທ້າວ ພານຸພອນ ສິດຍະສົມຈິດ ໄດ້ເອົາພຣະພຸດທະຮູບ ທີ່ລັກມາໄປຂາຍຜ່ານທາງເຟສບຸກໃຫ້ ທ້າວ ເກມບອນ ຄອນວິໄລ ຈຳນວນ 2 ຄັ້ງ: ຄັ້ງທີ1 ພຣະພຸດທະຮູບ ຈຳນວນ 18 ອົງ ລາຄາ 7,040,000 ກີບ, ຄັ້ງທີ 2 ພຣະພຸດທະຮູບ ຈຳນວນ 15 ອົງໃນລາຄາ 13,000,000 ກີບ ແລະ ຂາຍໃຫ້ ທ້າວ ສີສະຫວາດ ທຳມະວົງ ພຣະພຸດທະຮູບ ຈຳນວນ 82 ອົງ ໃນລາຄາ 7,000,000 ກີບ ລວມເປັນເງິນທັງຫມົດ 27,000,000 ລ້ານກີບ. ແລ້ວແບ່ງປັນໃຫ້ ທ້າວ ລາຕີ ວັງວຽງທອງ 9,900,000 ກີບ. ພາຍຫລັງໄດ້ເງິນມາແຕ່ລະຄັ້ງທັງສອງແມ່ນເອົາເງິນໄປຫລິ້ນການພະນັນເກມອອນລາຍ ແລະ ເສບຢາເສບຕິດຈົນຫມົດ. ແລ້ວຈິ່ງຖືກເຈົ້າຫນ້າທີກັກຕົວມາດຳເນີນຄະດີ.

ຕໍ່ກັບພຣະພຸດທະຮູບດັ່ງກ່າວ ທາງເຈົ້າຫນ້າທີ່ແມ່ນສາມາດເກັບກູ້ຄືນມາໄດ້ທັງຫມົດຈຳນວນ 118 ອົງ, ໄດ້ມອບຄືນໃຫ້ທາງວັດໃຫຍ່ສີບຸນເຮືອງ ບ້ານຫນອງບົກ ເມືອງຫນອງບົກ ແຂວງຄຳມ່ວນ ເປັນທີຮຽບຮ້ອຍໂດຍມີອຳນາດການປົກຄອງຂັ້ນເມືອງ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ນອກນັ້ນຍັງໄດ້ດຳເນີນຄະດີຕໍ່ທ້າວ ສີສະຫວາດ ທຳມະວົງ ແລະ ທ້າວ ເກມບອນ ຄອນວິໄລ ໃນຖານຄວາມຜິດ ການຊຸກເຊື່ອງ, ການຊື້-ຂາຍຊັບຜິດກົດຫມາຍທີບົ່ງໃວ້ໃນມາດຕາ 224 ຂອງປະມວນກົດຫມາຍອາຍາປີ 2017.
ຄະດີດັ່ງກ່າວ ເຈົ້າຫນ້າທີ່ຕຳຫລວດໄດ້ນຳຕົວຜູ້ຖືກຫາທັງ 2 ຄົນ ມາຈຳລອງເຫດການຄືນຢູ່ສະຖານທີ່ ກໍ່ເຫດ ທີ່ວັດໃຫຍ່ສີບຸນເຮືອງບ້ານຫນອງບົກ, ເມືອງຫນອງບົກ ເພື່ອປະກອບໃສ່ສຳນວນ-ສຳເນົາຄະດີດັ່ງກ່າວສະຫລຸບໃຫ້ອົງການໄອຍະການດຳເນີນຄະດີຕາມຂັ້ນຕອນຂອງກົດຫມາຍທີໄດ້ກຳນົດໄວ້.
ທີ່ມາ: ລາຍການຄວາມສະຫງົບ ແຂວງຄໍາມ່ວນ

