4 ພືດທີ່ທ່ານຄວນກິນໃນຍາມໜາວ ຊ່ວຍເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ

     ອາກາດໜາວໆເຢັນໆແບບນີ້ ອາດສົ່ງຜົນໃຫ້ຮ່າງກາຍຂອງບາງຄົນປັບສະພາບບໍ່ທັນ ເຮັດໃຫ້ເປັນໄຂ້ຫວັດ, ບໍ່ສະບາຍ ຫລື ແພ້ອາກາດ. ມື້ນີ້ພວກເຮົາຈຶ່ງແນະນຳພືດ  4 ຊະນິດທີ່ເໝາະສົມທີ່ຈະກິນໃນຍາມອາກາດໜາວແບບນີ້ ເພາະຈະຊ່ວຍເສີມສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ ແລະ ຊ່ວຍໃຫ້ຮູ້ສຶກດີຂຶ້ນໄດ້ ດັ່ງນີ້ :

     1. ຜັກກະເພົາ : ເພາະມີລົດຊາດເຜັດຮ້ອນ ແລະ ມີກິ່ນຂິວ ທີ່ດົມແລ້ວເຮັດໃຫ້ດັງ ແລະ ຄໍໂລ່ງ ຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍຈາກລິດຮ້ອນ.

     2. ຍອດໃບໝາກຂາມ : ມີວິຕາມິນເຊຫລາຍ ສາມາດຊ່ວຍເສີມສ້າງພູມຕ້ານທານ ປ້ອງກັນໄຂ້ຫວັດໄດ້ ທັງຍັງມີຄຸນສົມບັດຊ່ວຍຫລຸດຂີ້ກະເທີ່ໃນຮູຄໍນຳອີກ.

     3. ໝາກມະລະ : ລົດຊາດຂົມ ແລະ ສົ້ມຂອງໝາກມະລະ ຊ່ວຍໃຫ້ທາດທັງ 4 ໃນຮ່າງກາຍມີຄວາມດຸ່ນດ່ຽງ ເອົາໄປຕົ້ມຈືດຊົດອຸ່ນໆ ຈະຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮູ້ສຶກດີຂຶ້ນໄດ້ທັນທີ.

     4. ຂີງ : ມີຄຸນສົມບັດຊ່ວຍຫລຸດອາການອັກເສບ, ເສີມສ້າງພູມຕ້ານທານໃຫ້ແຂງແຮງ, ແກ້ໄຂ້ຫວັດ, ຫລຸດອາການໄອ, ຊ່ວຍໄລ່ລົມ, ແກ້ອາການຍຶ່ງທ້ອງ – ແໜ້ນທ້ອງ ເຊິ່ງອາກາດໜາວໆແບບນີ້ ດື່ມນຳ້ຂີງ ຈະຊ່ວຍໃຫ້ຮູ້ສຶກອົບອຸ່ນຂຶ້ນໄດ້ແນ່ ນອນ.

     ພືດທັງ 4 ຊະນິດນີ້ ເປັນພຽງພາກສ່ວນໜຶ່ງທີ່ພວກເຮົາເອົາມາແນະນຳທ່ານ ເຊິ່ງສາມາດຊ່ວຍເພີ່ມພູມຕ້ານທານໃຫ້ຮ່າງກາຍໄດ້ ນອກຈາກນີ້ຍັງມີພືດອີກຫລາຍຊະນິດທີ່ມີສັບພະຄຸນຊ່ວຍເພີ່ມຄວາມອົບອຸ່ນໃຫ້ແກ່ຮ່າງກາຍທີ່ທ່ານສາມາດເລືອກມາກິນໄດ້ ສິ່ງສຳຄັນ ຢ່າລືມອອກກຳລັງກາຍໃຫ້ສະໝໍ່າສະເໝີນຳ ເພື່ອສຸຂະພາບຮ່າງກາຍທີ່ແຂງແຮງສົມບູນໃນທຸກລະດູການ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ