ແຟງ​ລັງ​ອາດ​ໄດ້​ນາຍົກຍິງຄົນ​ໃໝ່ອາຍຸ​ນ້ອຍ​ສຸດ​ໃນ​ໂລກ ພຽງ 34 ປີ

    ​ແຟງ​ລັງ ກຽມ​ໄດ້​ນາຍົກລັດຖະມົນຕີຍິງຄົນ​ໃໝ່ດຳລົງ​ຕຳ​ແໜ່​ງ​ໃນ​ອາທິດ​ນີ້ ​ເປັນ​ນາຍົກລັດຖະມົນຕີທີ່ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ໂລກ​ພຽງ 34 ປີ​ເທົ່າ​ນັ້ນ.

     ພັກ​ສັງຄົມ​ປະຊາທິປະ​ໄຕ​ແຫ່ງ​ແຟງ​ລັງ ຫລື SDP ພັກ​ການ​ເມືອງ​ສາຍ​ກາງ-ຊ້າຍ ​ແລະ ​ເປັນ​ພັກ​ແກນ​ນຳ​ລັດຖະບານ​ປະສົມ​ຊຸດ​ປັດຈຸບັນ​ຂອງ​ແຟງ​ລັງ ມີ​ມະຕິ​ສຽງ​ສ່ວນ​ຫລາຍ​ໃນ​ກອງ​ປະຊຸມ​ວັນ​ທີ 8 ທັນວາ​ນີ້ ​ເລືອກ ນາງ ຊານ​ນາ ມາຣິນ ລັດຖະມົນຕີ​ຄົມມະນາຄົມ ​ແລະ ການ​ສື່ສານ ອາຍຸ 34 ປີ ​ໃຫ້​ກຽມ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຄົນ​ໃໝ່ ​ເຊິ່ງຖ້າ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ ນາງ ມາຣິນ ຈະ​ສ້າງ​ປະຫວັດສາດ​ເປັນ​ຜູ້ນຳ​ລັດຖະບານ​ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ໂລກ ​ແລະ ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ແຟງ​ລັງ.

    ນາງ ມາຣິນ ຈະ​ສາບານ​ຕົນ​ຮັບ​ຕຳ​ແໜ່​ງ​ໃນ​ອາທິດ​ນີ້ ​ແລະ ກຽມ​ເປັນ​ຜູ້ນຳ​ພັກ​ລັດຖະບານ​ປະສົມ 5 ພັກ ​ເຊິ່ງອາດ​ຈະ​ປະກອບ​ມີ​ຄະນະ​ລັດຖະບານ​ທີ່​ມີ​ຜູ້ຍິງ​ເປັນ​ແກນ​ນຳ ​ເນື່ອງ​ຈາກ​ພັກ​ລັດຖະບານ​ປະສົມ​ທັງ 5 ພັກ​ລ້ວນ​ແຕ່​ມີ​ຜູ້ຍິງ​ເປັນ​ແກນ​ນຳ ​ໃນ​ຈຳນວນ​ນີ້ 3 ຄົນ ອາຍຸ​ບໍ່​ເຖິງ 35 ປີ.

     ການ​ຂຶ້ນສູ່​ຕຳ​ແໜ່​ງສູງ​ສຸດ​ທາງ​ການ​ເມືອງ​ຂອງ​ນາງ ມາຣິນ ​ເຊິ່ງດຳລົງ​ຕຳ​ແໜ່​ງຮອງ​ຫົວໜ້າ​ພັກ SDP ນັບ​ແຕ່​ປີ 2015 ​ເກີດ​ຂຶ້ນພາຍຫລັງ​ນາຍົກລັດຖະມົນຕີ ອັນ​ຕີ ຣິນ​ເນ ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ທີ 3 ທັນ​ວາ ຫລັງ​ສູນ​ເສຍ​ຄວາມ​ເຊື່ອ​ໝັ້ນຈາກ​ພັນທະ​ມິດ​ພັກ​ແນວ​ຮ່ວມ​ລັດຖະບານ​ຝ່າຍ​ຊ້າຍ ຈາກ​ການ​ແກ້​ໄຂ​ການ​ປະລະ​ງານ​ປະ​ທ້ວງ​ຂອງ​ໄປສະນີ​ແຫ່ງ​ຊາດ​ທີ່​ຍືດ​ເຍື້ອມາ​ເຖິງ 2 ອາທິດ ​ໃນ​ເດືອນ​ຜ່ານ​ມາ ​ແລະ ຍັງ​ລຸກລາມ​ໄປ​ຫາ​ອີກ​ຫລາຍ​ພາກສ່ວນ ລວມທັງ​ການ​ນັດ​ຢຸດ​ວຽກ​ປະ​ທ້ວງ​ຂອງ​ສາຍ​ການບິນ​ຟິນ​ແອຣ ​ເຊິ່​ງ​ເປັນ​ສາຍ​ການບິນ​ແຫ່ງ​ຊາດ​ນຳ​ອີກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ