ການອອກດອກ, ໝາກ ແລະ ໃບຜັກຫວານປ່າ

ຢູ່ປະເທດໄທ ຜັກຫວານປ່າໃນປ່າທຳມະຊາດໃບຈະຫລົ່ນເກືອບໝົດຕົ້ນໃນຊ່ວງເດືອນ ພະຈິກ-ທັນວາ, ອອກດອກໃນເດືອນ ທັນວາ ຫາ ເດືອນ ມັງກອນ ແລະ ເປັນໝາກໃນ ເດືອນກຸມພາ, ໝາກຈະແກ່ ແລະ ສຸກໃນເດືອນ ເມສາ-ພຶດສະພາ. ການປົ່ງໃບໃໝ່ ແລະ ແຕກຍອດອ່ອນກໍແມ່ນໃນຊ່ວງເດືອນກຸມພາ ຫາ ພຶດສະພາ. ສ່ວນຢູ່ປະເທດລາວເຮົາຕາມທີ່ໄດ້ຂໍ້ມູນຈາກປະຊາຊົນແຂວງໄຊຍະບູລີ ຜັກຫວານປ່າໃບຈະຫລົ່ນໃນຊ່ວງເດືອນກຸມພາ-ມີນາ, ອອກດອກໃນເດືອນ ມີນາ-ເມສາ, ເປັນໝາກໃນເດືອນ ພຶດສະພາ, ໝາກຈະແກ່ ແລະ ສຸກໃນເດືອນ ກໍລະກົດ-ສິງຫາ, ສ່ວນໃບ ຫລື ຍອດອ່ອນແມ່ນຈະປົ່ງອອກມາແຕ່ເດືອນ ເມສາ-ມີຖຸນາ.

ຢູ່ບ້ານເຮົາລາຄາຂາຍດອກຜັກຫວານປ່າ ປະມານ 50.000-70.000 ກີບ/ກິໂລ, ໃບ (ຍອດອ່ອນ)ລາຄາ 80.000-100.000 ກີບ/ກິໂລ, ບາງປີບໍ່ມີຫລາຍລາຄາຂາຍກໍ ຈະແພງຮອດ 150.000 ກີບ/ກິໂລ ເພາະວ່າບ້ານເຮົາອາໄສຜັກຫວານປ່າທີ່ເກີດຂຶ້ນ ຕາມທຳມະຊາດເທົ່ານັ້ນ ກວ່າຈະໄດ້ກິນຕ້ອງລໍຖ້າເປັນປີ, ຈາກນັ້ນລາຄາກໍຈະຫລຸດລົງ ມາຕ່ຳສຸດຮອດ 20.000 ຫາ 30.000 ກີບ/ກິໂລ. ສ່ວນຢູ່ໄທລາຄາຕ່ຳສຸດ 100-150 ບາດ, ແພງສຸດລາຄາ 300 ບາດ ເພາະຢູ່ໄທ ໄດ້ມີການແຂ່ງຂັນກັນປູກຜັກຫວານປ່າເປັນການຄ້າມາຫລາຍປີແລ້ວຈຶ່ງເຮັດໃຫ້ລາຄາບໍ່ແພງຄືຢູ່ບ້ານເຮົາ.
ຈາກການສັງລວມຂໍ້ມູນຕ່າງໆກ່ຽວກັບການປູກຜັກຫວານປ່າ ຈຶ່ງເຫັນໄດ້ວ່າ ການປູກຜັກຫວານປ່າບໍ່ຍາກຢ່າງທີ່ຄິດເລີຍ, ຖ້າຫາກເປັນໄປໄດ້ຢາກໃຫ້ພາກສ່ວນລັດ ກໍຄືບັນດາພະແນກກະສິກຳ ແລະ ປ່າໄມ້ແຂວງທີ່ມີຜັກຫວານປ່າເກີດຂຶ້ນນັ້ນ ສຶກສາຄົ້ນ ຄວ້າຂໍ້ມູນເພີ່ມເຕີມ, ເບິ່ງຄວາມເປັນໄປໄດ້ກ່ຽວກັບວິທີການປູກຜັກຫວານປ່າໃນແຕ່ ລະເຂດ ໂດຍການນຳໃຊ້ເຕັກໂນໂລຊີການປູກຮ່ວມກັບການຈັດການດູແລຮັກສາສວນນັບແຕ່ການປູກຮອດການເກັບກ່ຽວໃຫ້ຖືກຕ້ອງຕາມຫລັກວິຊາການ ເພື່ອຊຸກຍູ້ສົ່ງເສີມໃຫ້ພໍ່ ແມ່ນປະຊາຊົນ ແລະ ຊາວກະສິກອນຫັນມາໃຫ້ຄວາມສົນໃຈປູກຜັກຫວານປ່າຕາມຮົ້ວ ສວນໃກ້ບ້ານເພື່ອບໍລິໂພກ ແລະ ເປັນອາຊີບເສີມ. ຈາກນັ້ນ ຈຶ່ງພັດທະນາໃຫ້ກາຍເປັນ ພືດເສດຖະກິດເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຊາວກະສິກອນ./.

(ທ່ານ ສາມາດຕິດຕາມອ່ານບົດກະສິກຳໄດ້ ທຸກໆ ວັນຈັນ, ພຸດ, ສຸກ )

