ມະນຸດຈຳເປັນຕ້ອງດື່ມນົມງົວສະເໝີໄປບໍ່

ຄວາມຈິງແລ້ວ ນົມງົວໜ້າຈະເໝາະສົມກັບງົວຫລາຍທີ່ສຸດ, ນົມຄົນກໍໜ້າຈະໝາະສົມກັບຄົນຫລາຍທີ່ສຸດ, ຄົນຈະມີນຳ້ໜັກໂຕເພີ່ມ 3 ກິໂລກຣາມໂດຍສະເລ່ຍໃນເວລາ 3 ເດືອນຫລັງເກີດ ໂດຍການດື່ມນົມຈາກແມ່ຢ່າງດຽວ, ແຕ່ລູກງົວນັ້ນນຳ້ໜັກຈະເພີ່ມ 30 ກິໂລກຣາມໃນເວລາດຽວກັນ ແລະ ງົວເມື່ອໃຫຍ່ເຕັມທີ່ຈະມີນຳ້ໜັກໂຕລວມ 500 ກິໂລກຣາມຂຶ້ນໄປ ໃນຂະນະທີ່ຄົນຈະມີນຳ້ໜັກປະມານ 50 – 60 ກິໂລກຣາມ.
ແຕ່ລູກຄົນກິນນົມງົວຫລາຍກ່ວາລູກງົວ, ລູກງົວດື່ມນົມຈາກແມ່ນພຽງແຕ່ 1 ປີ ສ່ວນລູກຄົນດື່ມນົມງົວຕໍ່ເນື່ອງເປັນສິບໆປີ. ສະນັ້ນຮໍໂມນສຳລັບການຈະເລີນເຕີບໃຫຍ່ (Growth Hormone) ຂອງງົວຈະກະຕຸ້ນການຈະເລີນເຕີບໃຫຍ່ຂອງເດັກຢ່າງຕໍ່ເນື່ອງ ເຮັດໃຫ້ຮ່າງກາຍສູງໃຫຍ່ຜິດປົກກະຕິໄປຈາກເຜົ່າພັນເກົ່າ.
ຄວາມຈິງແລ້ວຄົນລາວ ແລະ ຄົນອາຊີເຖິງ 80% ບໍ່ມີນຳ້ຍ່ອຍແລັກໂຕສໃນນົມ ເຊິ່ງສ່ວນຫລາຍຈະສະແດງອາການເຈັບທ້ອງ ແລະ ອີກສ່ວນໜຶ່ງກໍແມ່ນແພ້ເຄຊີນໃນນົມ ເຊິ່ງຄວາມຈິງແລ້ວມະນຸດສາມາດດູດຊຶມເອົາໂປຣຕິນໃນນົມ (Net Protein Utilization) ໄດ້ພຽງ 82% ແລະ ດູດຊຶມບໍ່ໄດ້ອີກ 18% ຈະຖືກແບັກທີເຣຍຊ່ວຍສະຫລາຍ ແລະ ເຮັດໃຫ້ເກີດ Immune Complex ຫລື ສານກໍ່ພູມແພ້ໂຕໃໝ່ໆຂຶ້ນ.
ທ່ານໝໍ ເອສ. ຊີ ທຣູເລີຟ ໃນວາລະສານ British Medical Journal ປີ 1961 ແລະ ວຽກງານຂອງ ດີ. ໂຈເຊຟ ຊັກຄາ ໃນວາລະສານAnnual of allergy ເດືອນພຶດສະພາ 1971 ລະບຸໄວ້ຈະແຈ້ງເຖິງຄວາມສຳພັນຂອງການດື່ມນົມງົວກັບການເກີດລຳໄສ້ອັກເສບຈາກພູມແພ້. ນອກຈາກນີ້, ນົມງົວເປັນຜະລິດຕະພັນຈາກສັດ ຈຶ່ງມີໄຂມັນອີ່ມໂຕເປັນສ່ວນປະກອບໃນປະລິມານຫລາຍ ເຊິ່ງເປັນສາເຫດຂອງພະຍາດໄຂມັນຄລໍເຣສເຕີໂຣນໃນເລືອດສູງ ແລະ ເສັ້ນເລືອດຫົວໃຈອັດຕັນ ເຮົາອາດບໍ່ຮູ້ວ່າການດື່ມນົມງົວມື້ລະ 2 ຈອກທຽບເທົ່າກັບຮັບຄລໍເຣສເຕີໂຣນຈາກການກິນເບຄອນ 34 ຕ່ອນ ເຊິ່ງຈະສົ່ງຜົນໃຫ້ເປັນພະ ຍາດອັລໄຊເມີ, ວິນຫົວໃນຜູ້ເຖົ້າ, ເຈັບຫົວຊຳ້ເຮື້ອ ແລະ ອື່ນໆໄດ້.
ໂຕຢ່າງ ເຊັ່ນ : ຫລາຍຄົນອາດຄິດວ່າການດື່ມນົມງົວຫລາຍໆຈະເພີ່ມທາດການຊຽມໃນກະດູກໄດ້ ເປັນຫຍັງຈຶ່ງຈະເປັນພະຍາດກະດູກຜ່ອຍ ຄວາມຈິງແມ່ນນຳ້ນົມປະກອບດ້ວຍທາດການຊຽມປະມານ 3 ສ່ວນ ແລະ ຟົສຟໍ 2 ສ່ວນ ຫາກດື່ມຫລາຍກ່ວາ 500 ມິນລີລິດ ຮ່າງກາຍກໍຈະໄດ້ຮັບປະລິມານຟົສຟໍຫລາຍເກີນຈຳເປັນ ເຊິ່ງຈະກະຕຸ້ນຕ່ອມພາຣາໄທຣອຍໃຫ້ຫລັ່ງຮໍໂມນອອກມາສະຫລາຍກະດູກຈົນເປັນເຫດໃຫ້ມວນ ຫລື ຊີ້ນກະດູກບາງລົງ.
ນອກຈາກນີ້, Dr. Samuel Epstein ຈາກມະຫາວິທະຍາໄລ ອິລິນອຍ ໄດ້ເຕືອນເຖິງອັນຕະລາຍຂອງລະດັບຮໍໂມນຊະນິດໜຶ່ງໃນນົມງົວ ເຊິ່ງເປັນຮໍໂມນສຳຄັນທີ່ເຮັດໃຫ້ເກີດການຈະເລີນເຕີບໃຫຍ່ ຊື່ວ່າ : Insulin like Growth Factor One ຫລື IGF-1 ປະລິມານສູງໃນນົມຈາກງົວ ເຊິ່ງຖືກສັກ synthetic bovine growth hormone (rBGH) ເພິ່ນໄດ້ເຕືອນວ່າ : IGF-1 ໃນນົມງົວເປັນສາເຫດສຳຄັນໃຫ້ເກີດມະເຣັງເຕົ້ານົມ ແລະ ມະເຮັງທໍ່ອາຫານ. ຍັງມີນັກວິໄຈອີກຫລາຍພົບວ່າ : IGF-1 ມີຄວາມສຳພັນກັບມະເຮັງລຳໄສ້ໃຫຍ່ ແລະ ນັກວິໄຈຈາກມະຫາວິທະຍາໄລຮາເວີດ ຢັ້ງຢືນຜົນວ່າ ລະດັບ IGF-1 ໃນເລືອດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງຕ່ອມລູກໝາກ.
ການວິໄຈໜຶ່ງພົບວ່າ : ໜູທົດລອງທຸກໂຕ ເຊິ່ງໄດ້ຮັບສານກໍ່ມະເຮັງໃນຖົ່ວ ຊື່ວ່າ : ອະຟລາທັອກຊິນ ພົບວ່າຫາກໃຫ້ໂປຣຕິນຈາກນົມງົວ 20% ພົບວ່າ ໜູທັງໝົດຈະກາຍເປັນພະຍາດມະເຮັງໃນຕັບ ໃນຂະນະທີ່ໜູກຸ່ມທີ່ໄດ້ຮັບໂປຣຕິນຈາກນົມງົວ 5% ຈະບໍ່ມີໂຕໃດເປັນມະເຮັງເລີຍ. ດຣ. ທີ ຄອນລິນ ຈຶ່ງໄດ້ທົດລອງຕໍ່ຍອດກັບໜູທົດລອງອີກຫລາຍກໍລະນີພົບຜົນການວິໄຈສະຫລຸບການທົດລອງບາງສ່ວນ ພົບວ່າ :
- ການບໍລິໂພກໂປຣຕິນຈາກນົມງົວ (ເຄຊີນ) ຫລຸດລົງ ຈະມີຜົນເຮັດໃຫ້ການຈັບກັນລະຫ່ວາງ ອະຟລາທັອນຊິນ ແລະ ດີເອັນເອ ຫລຸດລົງ ແລະ ເຮັດໃຫ້ມີຫລັກຖານທີ່ສະແດງວ່າການບໍລິໂພກໂປຣຕິນຈາກນົມງົວໃນປະລິມານທີ່ຕໍ່າລົງມີຜົນເຮັດໃຫ້ການເຮັດວຽກຂອງເອັນໄຊຫລຸດລົງຫລາຍ ແລະ ປ້ອງກັນບໍ່ໃຫ້ສານກໍ່ມະເຮັງທີ່ເປັນອັນຕະລາຍຈັບກັບດີເອັນເອ ແລະ ເມື່ອສັດໂຕດຽວກັນທີ່ກິນໂປຣຕິນຈາກນົມງົວຫລາຍແລ້ວມີຮອຍພະຍາດ (foci) ທີ່ຈະກໍ່ໃຫ້ເກີດຊີ້ນປົ່ງແລ້ວ ຖ້າຫລຸດປະລິມານລົງ ຮອຍພະຍາດທີ່ຈະກໍ່ໃຫ້ເກີດຊີ້ນປົ່ງກໍຈະຫລຸດລົງໄປນຳ, ແຕ່ຖ້າເພີ່ມປະລິມານການບໍລິໂພກໂປຣຕິນຈາກນົມງົວອີກ ຮອຍພະ ຍາດທີ່ກໍ່ໃຫ້ເກີດຊີ້ນປົ່ງກໍຈະເພີ່ມຫລາຍຂຶ້ນເຊັ່ນກັນ.
- ການບໍລິໂພກໂປຣຕິນຈາກພືດ ທັງຈາກສາລີ ແລະ ຖົ່ວເຫລືອງ ເຖິງຈະໃສ່ປະລິມານຫລາຍເຖິງ 20% ໃຫ້ເທົ່າກັບເຄຊີນໃນໂປຣຕິນຂອງນົມງົວ ພົບວ່າບໍ່ເກີດຮອຍພະຍາດ (foci) ທີ່ຈະພັດທະນາກາຍເປັນຊີ້ນປົ່ງໄດ້.
- ມີການອ້າງອີງສູນການແພດອິນລິນອຍ ເມືອງຊິກາໂກ ໃນສະຫະລັດອາເມລິກາ ພົບວ່າ : ການບໍລິໂພກເຄຊີນ (ໂປຣຕິນ ຈາກນົມງົວ) ໃນໜູທົດລອງເພີ່ມຂຶ້ນ ເປັນການສົ່ງເສີມເຮັດໃຫ້ເກີດມະເຮັງເຕົ້ານົມຫລາຍຂຶ້ນ.
ພະຍາດຕ່າງໆທີ່່ກ່າວມາຂ້າງເທິງຖ້າເກີດກັບມະນຸດກໍຈະເກີດຂຶ້ນຢ່າງຊ້າໆ ສະນັ້ນ ຄົນສ່ວນຫລາຍຈະບໍ່ຄຳນຶງ ແລະ ເຫັນຜົນໄດ້ດີດ້ານດຽວວ່ານົມງົວເຮັດໃຫ້ຮ່າງກາຍມະນຸດໃຫຍ່ຂຶ້ນ.
ຄວາມຈິງແລ້ວ ມະນຸດເຮົາກໍສາມາດໄດ້ຮັບໂປຣຕິນ ແລະ ທາດການຊຽມຈາກອາຫານຢ່າງອື່ນໆໄດ້ ໂດຍບໍ່ຕ້ອງດື່ມນົມງົວກໍໄດ້.

