ປະທານເປຕັງນານາຊາດ ຍັງບໍ່ທັນສົ່ງໜັງສືຊີ້ແຈງທາງການມາຫາ ສປປ ລາວ ກໍລະນີການມອບຂັນລາງໃນໃຫ້ນັກກິລາລາວແບບບໍ່ເໝາະສົມ

ທ່ານ ຄຳຫລ້າ ວິໄລທອງ ປະທານສະຫະພັນກິລາເປຕັງແຫ່ງຊາດລາວ ໃຫ້ສຳພາດຕໍ່ນັກຂ່າວໜັງສຶພິມລາວພັດທະນາໃນວັນທີ 3 ທັນວາ ວ່າ: ມາຮອດປັດຈຸບັນ, ທ່ານ ອາເຊມາ (Azema) ປະທານສະຫະພັນກິລາເປຕັງນານາຊາດ ຍັງບໍ່ໄດ້ສົ່ງສານ ຫລື ໜັງສືທາງການໃດໆມາໃຫ້ສະຫະພັນເປຕັງແຫ່ງຊາດລາວ ເພື່ອຊີ້ແຈງກ່ຽວກໍລະນີທີ່ມີພຶດຕິກຳການມອບຂັນລາງວັນໃຫ້ນັກກິລາເປຕັງທິມຊາດລາວ.
ແຕ່ແນວໃດກໍຕາມ, ໄດ້ມີສື່ອອນລາຍຕ່າງໆໄດ້ມີການເຜີຍແຜ່ບົດຄວາມຂອງທ່ານ Azema ທີ່ໄດ້ອະທິບາຍຄວາມຮູ້ສຶກຂອງຕົນເອງຢູ່ໃນຫນ້າສື່ອອນລາຍຂອງຕົນກ່ຽວກັບເຫດການທີ່ເກີດຂຶ້ນ, ເຊິ່ງບັນຫານີ້, ສະຫະພັນເປຕັງແຫ່ງຊາດຖືວ່າບໍ່ແມ່ນຊີ້ແຈງທີ່ຖືເປັນທາງການ ແລະ ເຫັນວ່າເປັນການອອກມາແກ້ຕົວຫລາຍກວ່າ ເພື່ອຫລຸດຜ່ອນກະແສວິຈານຈາກສັງຄົມ.

