ເທມາເສັກ ອອກລາຍງານເຕືອນອາຊີກຳລັງພົບວິກິດອາຫານ

ເທມາເສັກ ຮ່ວມມືກັບໄພຣວໍເຕີເຮົາຄູເປີ ແລະ ຣາໂບແບງ ອອກລາຍງານເຕືອນອາຊີກຳລັງພົບວິກິດອາຫານ ເນັ້ນຕ້ອງໃຊ້ທຶນເຖິງ 8 ແສນລ້ານໂດລາ ເພື່ອແກ້ໄຂບັນຫາໃນອີກ 10 ປີຕໍ່ໜ້າ.
ໄພຣວໍເຕີເຮົາຄູເປີ, ຣາໂບແບງ ແລະ ເທມາເສັກ ຮ່ວມກັນເປີດເຜີຍລາຍງານ Asia Food Challenge Report ໃນວັນທີ 20 ພະຈິກນີ້ ບົ່ງບອກວ່າ: ພາກພື້ນອາຊີກຳລັງຜະເຊີນວິກິດດ້ານອາຫານ ເນື່ອງຈາກບໍ່ສາມາດຜະລິດອາຫານລ້ຽງຕົນເອງໄດ້ ແລະ ຈຳເປັນຕ້ອງລົງທຶນ 8 ແສນລ້ານໂດລາໃນອີກ 10 ປີຕໍ່ໜ້າ ເພື່ອຜະລິດອາຫານເພີ່ມຂຶ້ນ ແລະ ຮອງຮັບຕໍ່ຄວາມຕ້ອງການາອາຫານພາຍໃນພາກພື້ນ.
ລາຍງານລະບຸວ່າ: ປະຊາກອນໃນພາກພື້ນອາຊີກຳລັງຂະຫຍາຍຕົວ ແລະ ຜູ້ບໍລິໂພກມີຄວາມຕ້ອງການອາຫານທີ່ປອດໄພຕໍ່ສຸຂະພາບ ແລະ ມີຄວາມຍືນຍົງຫລາຍຂຶ້ນ ໂດຍການໃຊ້ຈ່າຍດ້ານອາຫານຈະເພີ່ມຂຶ້ນຫລາຍກວ່າ 2 ເທົ່າ ຈາກ 4 ຕື້ໂດລາໃນປີ 2019 ເປັນຫລາຍກວ່າ
8 ຕື້ໂດລາໃນປີ 2030.

ລາຍງານດັ່ງກ່າວລະບຸວ່າ: ຖ້າບໍ່ມີການລົງທຶນດ້ານອາຫານເກີດຂຶ້ນ ອຸດສາຫະກຳອາຫານຈະຜະເຊີນຄວາມຍາກລຳບາກໃນການຮອງຮັບອຸປະສົງ ເຊິ່ງຈະສົ່ງຜົນໃຫ້ປະຊາກອນໃນພາກພື້ນອາຊີຢູ່ໃນສະພາບຂາດເຂີນອາຫານເພີ່ມຂຶ້ນ ເນື່ອງຈາກພາກພື້ນອາຊີບໍ່ສາມາດຜະລິດອາຫານເພື່ອຮອງຮັບຄວາມຕ້ອງການໃນພາກພື້ນໄດ້ເອງ ແຕ່ຕ້ອງອາໄສການນຳເຂົ້າອາຫານຈາກທະວີບອາເມລິກາ, ເອີຣົບ ແລະ ອາຟຣິກາ.
ທັງນີ້ ລາຍງານດັ່ງກ່າວສອດຄ່ອງກັບຜົນການວິໄຈຈາກລາຍງານຂອງກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ ໂດຍລາຍງານສະຖິຕິ ແລະ ທ່າອ່ຽງທີ່ສຳຄັນໃນດ້ານການຄ້າລະຫວ່າງປະເທດລະບຸວ່າ: ໂດຍທົ່ວໄປແລ້ວ ປະເທດໃນອາເມລິກາລາຕິນ, ອາຟຣິກາຕາເວັນອອກ ແລະ ອາຊີໃຕ້ເປັນຜູ້ສົ່ງອອກອາຫານສຸດທິ, ຂະນະທີ່ປະເທດສ່ວນຫລາຍທີ່ເຫລືອໃນອາຊີ ແລະ ອາຟຣິກາຍັງເປັນຜູ້ນຳເຂົ້າອາຫານສຸດທິ.

