ອາເມລິກາກຽມຫລຸດຜ່ອນ ມາດຕະການພາສີນຳເຂົ້າສິນຄ້າຈີນ

ໜັງສືພິມວອດສະຕີດ ເຈີນັລ ລາຍງານໂດຍອ້າງແຫລ່ງຂ່າວວ່າ: ຄະນະຂອງປະທານາທິບໍດີ ໂດນັລ ທຣຳ ກຳລັງຫາລືກັນກ່ຽວກັບການຫລຸດຜ່ອນມາດຕະການເກັບພາສີນຳເຂົ້າສິນຄ້າຈາກຈີນ ເຊິ່ງອາດຈະເປັນການຍົກເລີກພາສີນຳເຂົ້າສິນຄ້າບາງປະເພດ ຫລື ອາດຈະຍົກເລີກທັງໝົດ.
ມີເປົ້າໝາຍຈະຫລຸດຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດ ລວມທັງເປັນທ່າອ່ຽງໃຫ້ຈີນຍອມເຮັດຂໍ້ຕົກລົງການຄ້າທະວີພາຄີ ແລະ ເພື່ອສ້າງສະຖຽນລະພາບໃນຕະຫລາດການເງິນ, ຫລັງຈາກຕະຫລາດປະສົບຄວາມປັ່ນປ່ວນຢ່າງໜັກໃນກ່ອນໜ້ານີ້ ເນື່ອງຈາກຄວາມກັງວົນກ່ຽວກັບຂໍ້ຂັດແຍ່ງການຄ້າ ລະຫວ່າງ ອາເມລິກາ ແລະ ຈີນ.
ລາຍງານຂອງວອດສະຕີດ ເຈີນັລ ລະບຸວ່າ: ທ່ານ ສະຕີເວນ ມານູຊິນ ລັດຖະມົນຕີການເງິນອາເມລິກາ ເປັນຜູ້ສະເໜີແນວທາງດັ່ງກ່າວ, ແຕ່ທ່ານ ໂຣເບີດ ໄລໄຮເຊີ ຜູ້ແທນການຄ້າອາເມລິກາ (USTR) ບໍ່ເຫັນພ້ອມຕໍ່ແນວທາງນີ້.
ທັງນີ້, ທ່ານ ຫລິວ ເຫີ ຮອງນາຍົກລັດຖະມົນຕີຈີນ ມີກຳນົດເດີນທາງໄປອາເມລິກາໃນທ້າຍເດືອນນີ້ ເພື່ອເປີດການເຈລະຈາກັບທາງການອາເມລິກາອີກ.

