ເບິ່ງຕື່ມອາຊີບສະຫງວນໃຫ້ກະສິກອນເຮົາ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ຖ້າເວົ້າເລື່ອງນີ້ມາເພື່ອນຜູ້ອ່ານຫລານຄົນກໍຈະເສົ້າໃຈນຳ. ໃນເມື່ອອາຊີບຂອງຊາວໄຮ່ຊາວນາຜູ້ຫາເຊົ້າກິນຄ່ຳຂອງປະຊາຊົນເຮົາຖືກຍາດແຍ່ງໄປຈາກການເຂົ້າມາຂອງແຮງງານຕ່າງດ້າວ, ເຊິ່ງເບື້ອງໜຶ່ງກໍພ້ອມກັນເອກອ້າງວ່າແມ່ນການລົງທຶນຂອງຕ່າງຊາດທີ່ຈະມາພັດທະນາເສດຖະກິດ-ສັງຄົມເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວ, ແຕ່ຕົວຈິງແລ້ວການລົງທຶນເລົ່ານັ້ນພຽງເປັນການເຂົ້າມາປະກອບອາຊີບຫາຢູ່ຫາກິນພຽງກຸ້ມປາກກຸ້ມທ້ອງຂອງເຂົາເຈົ້າເທົ່ານັ້ນເຊັ່ນວ່າ: ມາເປີດຮ້ານຕັດຜົມ, ເສີມສວຍ, ຊອກຕັດເລັບຕີນ, ເລັບມື ຫລື ໃຫຍ່ໄປກວ່ານັ້ນ ກໍພຽງການເຂົ້າມາຂາຍເຄື່ອງຍ່ອຍຂາຍໄຂ່ເປັດ, ໄຂ່ໄກ່, ປູກຜັກນາງຫາງຫຍ້າ, ລ້ຽງປູລ້ຽງປາ ຫລື ປູກກ້ວຍປູກອ້ອຍ ເຊິ່ງແມ່ນວຽກ ແລະ ອາຊີບ ທີ່ປະຊາຊົນເຮົາເຮັດເຄີຍໄດ້ເຮັດມາ, ແຕ່ແລ້ວສິ່ງເຫລົ່ານັ້ນໄດ້ຖືກຍາດແຍ່ງໄປຈາກແຮງງານພາຍນອກໄປແລ້ວ.
ປະຊາຊົນເຮົາ ເຊິ່ງຜູ້ເຄີຍເຮັດອາຊີບນີ້ນັບມື້ທົດຖອຍເພາະບໍ່ສາມາດແກ້ງແຍ່ງກັບເຂົາເຈົ້າໄດ້ນັບທັງຄວາມຂະຫຍັນ, ຫົວຄິດປະດິດສ້າງທຶນຮອນ, ເຕັກນິກວິຊາການຕະຫລອດໄປຮອດການຕະຫລາດນັບມື້ຖືກກືນກິນ, ໃນທີ່ສຸດກໍມີພຽງເຂົາຕະຫລາດຊຸກລໍ້ໃຫ້ເຂົາເຈົ້າພໍໄດ້ກິນເຊົ້າກິນແລ້ງແລ້ວຄວາມທຸກຍາກກໍນັບມື້ມາຄອບງຳ,ໃນບົດຂຽນນີ້ ທ່ຽງທຳ ຢາກຂໍຍົກຂຶ້ນເພື່ອຂະແໜງມະຫາພາກພວກເຮົາມີທິດທາງຊ່ວຍແຮງງານຂັ້ນຕ່ຳຂອງລາວເຮົາໃຫ້ສາມາດຝື້ນຕົວຂຶ້ນໃນທ່າມກາງສະໜາມຮົບການຊອກຢູ່ຫາກິນອັນຟົດເດືອດຂອງຍຸກສະໄໝນີ້, ວ່າອັນໃດເຮົາຄວນສົ່ງເສີມໄວ້ໃຫ້ປະຊາຊົນຜູ້ຫາເຊົ້າກິນຄ່ຳລາວເຮົາໄດ້ເອົາຕົວຢູ່ລອດ.
ພ້ອມນີ້ຂ້າພະເຈົ້າຂໍຍົກເອົາຜູ້ເຄີຍລ້ຽງໄກ່, ປູກຜັກຢູ່ຫລາຍແຂວງພາກເໜືອດັ່ງຫລວງນ້ຳທາ, ອຸດົມໄຊ, ແຕ່ມາປັດຈຸບັນອາຊີບເລົ່ານັ້ນກໍຖືກຍາດແຍ່ງ ໄປແລ້ວ ແລະ ອີກອາຊີບໜຶ່ງທີ່ມີຫລາຍຄອບຄົວ ປະຊາຊົນເຮົາ, ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ຍ້ອນມັນ, ນັ້ນກໍຄືການລ້ຽງປາກະຊັ່ງແຕ່ປັດຈຸບັນ ອາຊີບນີ້ກໍຖືກຕີຖອຍຈາກແຮງງານພາຍນອກນັບແຕ່ເມືອງບູນເໜືອແຂວງຜົ້ງສາລີ ລົງໄປຮອດແຂວງສາລະວັນ, ບ່ອນໃດບ່ອນໃດກໍຖືກແກ້ງແຍ່ງຈາກແຮງງານນອກໄປແລ້ວ ແລະ ປັດຈຸບັນແຮງງານຂັ້ນຕ່ຳລາວເຮົາມີພຽງກ້າວໄປສູ່ການເປັນແຮງງານຮັບຈ້າງໃຫ້ແກ່ປາກະຊັ່ງທີ່ຕົນເຄີຍໄດ້ເຮັດມາມັນກໍເປັນບຸນແລ້ວ, ມີແຮງງານລາວ ຫລາຍຄົນສະແດງຄວາມໝັກໃຈອອກມາວ່າ: “ບໍ່ຮູ້ວ່າໃນຫລາຍປີຕໍ່ໜ້ານີ້ເຮົາຈະຍັງເຫລືອອາຊີບໃດໃຫ້ເຂົາເຈົ້າຍາດແຍ່ງໄປອີກ”./.

