ວາລະແຫ່ງຊາດຕ້ານຢາເສບຕິດ ຖືເປັນບັ້ນຮົບໜຶ່ງທີ່ຕ້ອງເດັດດ່ຽວໜຽວແໜ້ນ ແລະ ດຸເດືອດ

ໂດຍ: ທິດກໍ່າ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ວາລະແຫ່ງຊາດກ່ຽວກັບການຕ້ານຢາເສບຕິດແມ່ນໄດ້ຖືກຮັບຮອງຈາກກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ 1 ທີ່ໄດ້ໄຂຂຶ້ນແຕ່ວັນທີ 5 ຫາ ວັນທີ 10 ສິງຫາຜ່ານມານີ້ເອງ.

ເພາະສະນັ້ນ, ເພື່ອຈັດຕັ້ງຜັນຂະຫຍາຍວາລະດັ່ງກ່າວໃຫ້ວ່ອງໄວທັນໃຈຮີບດ່ວນ ແລະ ມີຜົນສັກສິດ, ໃນອາທິດຫລັງໆຜ່ານມາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດຢູ່ນະຄອນຫລວງວຽງຈັນວ່າ: ໄດ້ສຸມໃສ່ແກ້ໄຂແຕ່ລະເປົ້າໝາຍ. ໃນປັດຈຸບັນໄດ້ສຳເລັດການຂຶ້ນບັນຊີເປົ້າໝາຍທີ່ພົວພັນກັບຢາເສບຕິດເຖິງ 9.000 ກວ່າເປົ້າໝາຍ ລວມທັງເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ໃນນີ້ສາມາດຮູ້ໄດ້ເຖິງຈຸດເປົ້າໝາຍທີ່ອຳນວຍຄວາມສະດວກ ແລະ ບ່ອນມົ້ວສຸມເຖິງ 221 ຈຸດ. ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດນີ້, ອົງການປົກຄອງນະຄອນຫລວງວຽງຈັນໄດ້ສຸມໃສ່ປະຕິບັດ 3 ຫລັກການ, 2 ຢຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ. ຕາມທີ່ລະບຸໄວ້ໃນຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ແລະ ທິດນຳຂອງລັດຖະບານ ໂດຍກຳນົດອອກເປັນ 6 ຄາດໝາຍ ແລະ 6 ແຜນວຽກຈຸດສຸມເປັນມາດຕະການຈັດຕັ້ງປະຕິບັດ. ນີ້ຄືສົງຄາມເລີກຮື້ ຫລືວ່າ ແຜນການປາບປາມຂະບວນການຢາເສບຕິດຢູ່ນະຄອນຫລວງວຽງຈັນ. ກໍຂໍຊົມເຊີຍທາງເຈົ້າຄອງນະຄອນຫລວງວຽງຈັນທີ່ຈະໄດ້ຮັບຜົນຊໍ່າໃດນັ້ນຕ້ອງໄດ້ວັດກັນໃນສອງປີເຄິ່ງຕໍ່ໜ້າ. ສ່ວນວ່າທາງແຂວງອື່ນໆ, ເມືອງອື່ນ ແລະ ບ້ານອື່ນນັ້ນ ຍັງບໍ່ທັນເຫັນວີ່ແວວແຫລ່ງຂ່າວແບບນີ້ອອກມາຜ່ານສື່ອອນລາຍຢ່າງຈະແຈ້ງຊັດເຈນເທື່ອ ຫລື ອາດຈະຍັງບໍ່ທັນສາມາດເປີດເຜີຍບັນຊີດຳອອກມາໄດ້ເທື່ອ ອາດເປັນແຜນປິດລັບຢູ່.

ແຕ່ແນວໃດກໍດີ, ຕາມທິດກໍ່າວ່າ, ໃນພາລະກິດເຮັດສົງຄາມກັບຢາເສບຕິດຢູ່ບ້ານເຮົາ ມັນກໍບໍ່ງ່າຍຄືປອກກ້ວຍກັບຍົກຈອກເບຍ. ອັນສາເຫດກໍຍ້ອນວ່າມັນເປັນຊຳເຮື້ອມາດົນນານຫລາຍປີແລ້ວ ທັງມີການເຊື່ອມໂຍງກັບຫລາຍຂັ້ນ, ຫລາຍຂອດ, ລາມຮອດເຈົ້າໜ້າທີ່ຂອງບ້ານເມືອງ. ເພາະສະນັ້ນ ໃນການຈັດຕັ້ງຜັນຂະຫຍາຍພາລະກິດດັ່ງກ່າວອາດມີການຕໍ່ສູ້ຢ່າງດຸເດືອດຂ້ຽວຂາດຮຸນແຮງ ຫລື ບາງກໍລະນີອາດມີການໃຊ້ອາວຸດເສິກປະຈັນບານຕໍ່ກັນ ມັນປຽບເໝືອນການຕໍ່ສູ້ໃນສະໜາມຮົບຢ່າງເອົາເປັນເອົາຕາຍ. ເວົ້າແຈ້ງ ຖ້າພວກເຮົາເຜີຕົວບໍ່ມີສະຕິລະວັງຕົວແດ່ອາດຈະຖືກລູກຫລົງເສຍຊີວິດອິນຊີຍ້ອນ.

ເຖິງຢ່າງໃດກໍດີ, ພວກເຮົາກໍມີຄວາມເຊື່ອໝັ້ນຕໍ່ເຈົ້າໜ້າທີ່ທຸກທ່ານທຸກຄົນທີ່ໄດ້ເຂົ້າຮ່ວມໃນພາລະກິດນີ້, ຄາດວ່າໃນໄລຍະສອງປີເຄິ່ງຂ້າງໜ້າ ພວກເຮົາຕ້ອງໄດ້ຮັບໄຊຊະນະຢ່າງແນ່ນອນ ຖ້າຫາກພ້ອມກັນຮ່ວມແຮງຮ່ວມໃຈກັນເຮັດ.

ຕາມທິດກໍ່າຄິດ, ການປາບພວກຄ້າຂາຍຢາເສບຕິດ ກ່ອນອື່ນໝົດຕ້ອງປາບແຫລ່ງຜະລິດທີ່ເປັນຕົ້ນເຫດ ຈາກນັ້ນຈຶ່ງມາປາບພວກກາງແຖວ, ປາຍແຖວ. ກົງກັນຂ້າມ ຖ້າມີແຕ່ຊອກຫາໄລ່ຈັບແຕ່ບ່ອນມົ້ວສຸມ ສຸດທ້າຍສິ້ນວາລະມັນກໍຫວນກັບຄືນມາຫົວເຍາະເຍີ້ຍພວກເຮົາຄືເກົ່າ. ສະໄໝສາມສີ່ປີຫລັງ ທິດກໍ່າໄດ້ຍິນເຂົາຊ່າລືກັນວ່າ ຢູ່ແຖວດອນໜູນທາງຕຳຫລວດໄລ່ລ່າລົດກະບະຄັນໜຶ່ງທີ່ຂົນຢາເສບຕິດຈົນປະສິດປະຊັນກັນ ແບບກູຍັງມຶງຕາຍ ສຸດທ້າຍໄລ່ລ່າໄປມາເຫັນກະເປົາປ່ານຖິ້ມລົງຈາກລົດ ຄິດວ່າແມ່ນຢາເສບຕິດ ແຕ່ກວດເບິ່ງຕົວຈິງພັດແມ່ນເກີບເຕັມເປົາປ່ານ ເມື່ອຕຳຫລວດໄດ້ເປົາປ່ານກໍພາກັນຂ້ຽວກັບ ເພາະຢ້ານມືທີສາມທີສີ່ມາຍາດກະເປົາປ່ານນຳ.