ຫາຍໄປດົນ! ເມສັນ ກຣີນວູດ ປາກົດໂຕ ໃນຮອບຫລາຍເດືອນຫລັງຈາກມີຄະດີ

ນັບຕັ້ງແຕ່ ເມສັນ ກຣີນວູດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ຖືກຈັບດ້ວຍຂໍ້ຫາຂົ່ມຂືນ, ຂົ່ມເຫັງທາງເພດ ແລະ ຂູ່ວ່າຈະຂ້າແຟນສາວຢ່າງ ແຮຣີດ ຣັອບສັນ ໃນຕົ້ນປີທີ່ຜ່ານມາ. ແຕ່ຖືກປ່ອຍຕົວໃຫ້ປະກັນຕົວໃນລະຫວ່າງການສູ້ຂະດີ, ດາວຍິງອາຍຸ 20 ປີ ໄດ້ຫາຍໜ້າຫາຍຕາໄປ ແລະ ບໍ່ຄ່ອຍຈະພົບເຫັນປານໃດ. ເພາະນັບຕັ້ງແຕ່ມີການດໍາເນີນຄະດີ ຕັ້ນສັງກັດກໍ່ໄດ້ອອກຖະແຫລງການວ່າ ກອງໜ້າດາວຮຸ່ງທີມຊາດອັງກິດຈະບໍ່ໄດ້ເຂົ້າຮ່ວມທີມອີກຈົນກວ່າຈະໄດ້ຮັບການພິສູດວ່າບໍ່ມີຄວາມຜິດ. ແລະບໍ່ດົນມານີ້, ມີຄົນພົບເຫັນ ກຣີນວູດ ໃນຂະນະທີ່ພາໝາອອກໄປຢ່າງຫລິ້ນອ້ອມຮອບ ພື້ນທີ່ຂອງເຮືອນຫລູໃນເຂດ ເຊສເຊຍ ໂດຍພະຍາຍາມບໍ່ໃຫ້ເປັນຕາຈັບຕາຂອງຄົນທົ່ວໄປ. ສ່ວນການຟ້ອງຮ້ອງຍັງຕ້ອງລໍຖ້າເບິ່ງວ່າຈະດຳເນີນຄະດີໃນເວລາໃດ. ແລະ ຜົນອອກມາຈະຄວາມຜິດຫລາຍປານໃດ? ແລະ ຈະສາມາດກັບຄືນສູ່ບານເຕະໄດ້ຕາມປົກກະຕິຫລຶບໍ່?

