3 ຂໍ້ຄວນລະວັງໃນການໃຊ້ຊີວິດຫຍັງອາຍຸ 30

ຫ່າງເຫີນກັບຄົນອື່ນໆຍ້ອນວຽກ : ໜຶ່ງໃນສິ່ງທີ່ຖືກເວົ້າເຖິງຫລາຍທີ່ສຸດກໍແມ່ນການເຮັດວຽກຫລາຍເກີນໄປຈົນບໍ່ມີເວລາ ໃຫ້ກັບຄົນສຳຄັນ. ແນວໃດກໍຕາມ ຍ້ອນອາຍຸຫລັກ 3 ນີ້ເປັນໄລຍະທີ່ຫລາຍຄົນທຸ້ມເທເຮັດວຽກຫລາຍເປັນພິເສດ ຍ້ອນຢູ່ໃນໄວທີ່ກຳລັງກ້າວຂຶ້ນມາເປັນຫົວໜ້າຄອບຄົວ, ບາງຄົນກໍຢູ່ໃນໄວກຳລັງຂາຂຶ້ນດ້ານໜ້າທີ່ວຽກງານ ເຊິ່ງຈະໃຫ້ຢຸດ ຫລື ຜ່ອນລົງກໍຄົງຈະບໍ່ແມ່ນເລື່ອງງ່າຍພໍປານໃດ.
ຄວາມຈິງແລ້ວສຳລັບຂໍ້ນີ້ນັ້ນກໍຄົງຕ້ອງເບິ່ງເຖິງປັດໄຈຫລາຍໆຢ່າງນຳ ແຕ່ຄວາມສຳພັນກັບຄົນອ້ອມຂ້າງທ່ານເອງກໍຄວນຈະນຶກເຖິງໄວ້ຢູ່ເລື້ອຍໆໄປນຳເຊັ່ນກັນ.
- ຮັກສາຄວາມດຸ່ນດ່ຽງບໍ່ໄດ້ລະຫ່ວາງລາຍຮັບ ແລະ ສິ່ງທີ່ໂຕເອງຫລົງຮັກ : ຍ້ອນອາຍຸຫລັກ 3 ນີ້ເປັນໄລຍະຂອງການສ້າງຖານະນຳ ເຮັດໃຫ້ຫລາຍໆຄົນອາດຈະໃຫ້ຄວາມສຳຄັນກັບເລື່ອງລາຍຮັບເປັນພິເສດ, ແຕ່ນັ້ນກໍເປັນສິ່ງທີ່ເຮັດໃຫ້ຫລາຍໆຄົນຫລົງລືມ ແລະ ປ່ອຍໂຕເອງຈາກສິ່ງທີ່ໂຕເອງນັ້ນເຄີຍຫລົງຮັກ ຫລື ມີຄວາມຝັນໄວ້. ກ່ອນທີ່ຫລາຍໆຄົນຈະມາຈົ່ມຕອນບັ້ນປາຍວ່າການເຮັດວຽກໃນໄລຍະນີ້ເປັນສິ່ງທີ່ເຮັດໃຫ້ພວກເຂົາຫລົງລືມໂຕຕົນໄປ.
ສະນັ້ນແລ້ວຄົງຈະດີຖ້າທ່ານສາມາດຫາທາງຮັກສາຄວາມດຸ່ນດ່ຽງລະຫ່ວາງ 2 ຢ່າງທີ່ເບິ່ງຈະຂັດກັນນີ້ໃຫ້ຢູ່ໃນລະດັບທີ່ໂຕທ່ານເອງກໍບໍ່ເຖິງຂັ້ນສູນເສຍໂຕຕົນໄປ ແລະ ໃນຂະນະດຽວກັນກໍຍັງສາມາດມີຄວາມກ້າວໜ້າໄປນຳໄດ້.
- ການຍ່າງຕາມທຳນຽມ ຫລື ສູດສຳເລັດຮູບຂອງການໃຊ້ຊີວິດທີ່ໃຜໆເຂົາກໍເຮັດກັນ : ອີກໜຶ່ງສິ່ງທີ່ຄົນອາຍຸຫລາຍມັກຈະຈົ່ມເສຍດາຍກັນກໍແມ່ນໄລຍະອາຍຸຫລັກ 3 ເຊິ່ງມັກຈະມີການໃຊ້ຊີວິດໃຫ້ເປັນໄປຕາມລະບົບ ຫລື ຕາມສູດສຳເລັດຮູບທີ່ຄືກັບສັງຄົມໄດ້ສ້າງຮູບແບບເອົາໄວ້ ປະເພດຮຽນຕໍ່ປະລິນຍາສູງໆ, ເຮັດວຽກກ້າວໜ້າເປັນຜູ້ຈັດການ, ຊື້ລົດ, ຊື້ເຮືອນ, ມີແຟນ, ແຕ່ງດອງ, ເຂົ້າສັງຄົມ ແລະ ອື່ນໆ ແລະ ເມື່ອບໍ່ໄດ້ໃຊ້ຊີວິດແບບນັ້ນກໍຈະຮູ້ສຶກແປກແຍກ, ກົດດັນ ແລະ ກາຍເປັນຕ້ອງພະຍາຍາມເຮັດໂຕແບບນັ້ນເພື່ອໃຫ້ໂຕເອງຮູ້ສຶກປອດໄພຂຶ້ນ.
ຄວາມຈິງແລ້ວຊີວິດຄົນເຮົາມັນກໍບໍ່ໄດ້ມີສູດສຳເລັດຮູບຕາຍໂຕແຕ່ຢ່າງໃດ ການທີ່ທ່ານເລືອກຍ່າງຕາມສູດສຳເລັດຮູບຕ່າງໆ ໂດຍບໍ່ໄດ້ເກີດຈາກຄວາມຕ້ອງການຂອງທ່ານເອງນັ້ນຈະເຮັດໃຫ້ທ່ານສູນເສຍໂອກາດໂດຍບໍ່ມີປະໂຫຍດ ເພາະໂຕຕົນທີ່ແທ້ຈິງຂອງທ່ານ, ຄວາມສາມາດຂອງທ່ານອາດຈະບໍ່ໄດ້ຢູ່ໃນກົດເກນ ຫລື ຮູບແບບທີ່ທ່ານຖືກບອກຕໍ່ໆກັນມາ. ສະນັ້ນມັນຈະດີກ່ວາຖ້າທ່ານຕັ້ງເປົ້າໝາຍຊີວິດດ້ວຍຕົນເອງໄດ້.
