ນັກເຄື່ອນໄຫວດ້ານສິ່ງແວດລ້ອມປີນຂຶ້ນຫຼັງຄາເຮືອບິນ

ຮຽບຮຽງໂດຍ: ລູກເມືອງພວນ

ສະມາຊິກກຸ່ມເຄື່ອນໄຫວ ດ້ານສິ່ງແວດລ້ອມຄົນໜຶ່ງ Extinction Rebellion ປີນຂຶ້ນໄປນອນຢູ່ເທິງຫຼັງຄາເຮືອບິນ British Airways ໃນສະໜາມບິນ ລອນດອນ ດົນກ່ວາ 20 ນາທີ ກ່ອນທີ່ຈະຖືກຄຸມຕົວໃຫ້ລົງ.

ກຸ່ມເຄື່ອນໄຫວດັ່ງກ່າວ ໃຫ້ຮູ້ວ່າ ມີສະມາຊິກຄົນໜຶ່ງໃນກຸ່ມ Ireland James Brown ມີຄວາມບົກຜ່ອງທາງສາຍຕາໄດ້ປີນຂຶ້ນໄປເທິງຫຼັງຄາເຮືອບິນຢູ່ໃນສະໝາມບິນລອນດອນ ຊີຕີ ໃນວັນທີ 10 ຕຸລານີ້. ແຕ່ເປັນອັນທີ່ແນ່ນອນວ່າ ເມື່ອຖືກຄຸມໃຫ້ລົງມາ ກໍຖືກເຈົ້າໜ້າທີ່ຄຸມຕົວທັນທີ.

ການເຄື່ອນໄຫວປະທ້ວງໃນສະໝາມບິນເປັນສ່ວນໜຶ່ງການເຄື່ອນໄຫວຂອງກຸ່ມ Extinction Rebellion ໃນທົ່ວປະເທດອັງກິດ ຮຽກຮ້ອງໃຫ້ສະກັດກັ້ນການປ່ຽນແປງທາງອາກາດ ເຊັ່ນດຽວກັນຂະບວນການຕໍ່ຕ້ານໃນທົ່ວໂລກ.

(ນັກເຄື່ອນໄຫວປີນຂຶ້ນຫຼັງຄາເຮືອບິນ ຢູ່ທີ່ ສະໝາມບິນລອນດອນ) ພາບຈາກ: PA

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ