ສະພາບອາກາດຢູ່ຫວຽດນາມ ນັບມື້ຂີ້ຮ້າຍລົງ

ຮຽບຮຽງໂດຍ: ລູກເມືອງພວນ

ຕາງໜ້າອົງການຈັດຕັ້ງການແພດໂລກ(WHO) ປະຈຳຫວຽດນາມ, ສະໜັບສະໜູນຜົນການວິໄຈໃຫ້ຮູ້ວ່າ: ສະພາບອາກາດຢູ່ຫວຽດນາມໃນທ້າຍເດືອນກັນຍາຜ່ານມາຂີ້ຮ້າຍລົງຫຼາຍ.

ປະລິນຍາເອກ Kidong Park ຜູ້ຕາງໜ້າ WHO ຢູ່ຫວຽດນາມ ແລກປ່ຽນຄຳຄິດເຫັນກັບ VnExpress ກ່ຽວກັບຄຸນະພາບອາກາດຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ ແລະ ໄດ້ອອກຄຳກ່າວເຕືອນ.

ຫຼາຍແຫຼ່ງຂໍ້ມູນໃຫ້ຮູ້ວ່າ ຄຸນະພາບອາກາດຢູ່ຫວຽດນາມໃນທ້າຍເດືອນກັນຍາຜ່ານມານີ້ຊຸດໂຊມລົງຢ່າງຮ້າຍແຮງ ຖ້າທຽບໃສ່ໄລຍະດຽວກັນປີກາຍ.

ປັດຈຸບັນສະຖາບັນຂໍ້ມູນ ອົງການຈັດຕັ້ງ WHO ກຳລັງຕິດຕາມ ຄວບຄຸມສະພາບອາກາດ ຢູ່ 4.300 ຕົວເມືອງ ແລະ ຂົງເຂດພາກພື້ນໃນ 108 ປະເທດ. ສະຖາບັນມົນລະພິດດັ່ງກ່າວໃຫ້ຮູ້ວ່າ: ລະດັບຝຸ່ນລະອອງ PM2.5 ແລະ PM10 ແມ່ນຍັງຢູ່ໃນລະດັບປານກາງຕໍ່ປີ.

ລະດັບປານກາງຂອງຝຸ່ນລະອອງ PM2.5 ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ ປີ 2016 ຢູ່ໃນລະດັບ 48 μg/m3 ແລະ 42 μg/m3 ຕາມລຳດັບ. ຖ້າທຽບໃສ່ມາດຕະຖານຂອງ WHO ຄວາມເຂັ້ມຂຸ້ນຂອງ PM2.5 ຄວນຢູ່ໃນລະດັບ 10 μg/m3. ເຂດໃດຫາກມີພາວະອາກາດເປັນສີແດງ ແມ່ນເຂດນັ້ນ ມີມົນລະພິດສູງ.

(ປອ Kidong Park. ພາບຈາກ: Bao Tien Phong)

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ