ຝ່າຍຄ້ານມຽນມາ ຕຽມຮ້ອງຟ້ອງຜົນການເລືອກຕັ້ງ

ສຳນັກຂ່າວຕ່າງປະເທດລາຍງານຈາກ ກຸງເນເບດໍ ປະເທດມຽນມາ ເມື່ອວັນທີ 11 ພະຈິກນີ້ວ່າ ທ່ານ ຖັ່ນເດຣຍ ຫົວໜ້າພັກສະຫະສາມັກຄີ ແລະ ການພັດທະນາ( ຢູເອສດີພີ) ຊື່ງເປັນພັກໃຫ່ຍອັນດັບສອງ ແລະ ມີສາຍສຳພັນກັບກອງທັບ ກ່າວວ່າ ຄະນະກຳມະການບໍລິຫານພັກກຳລັງພິຈາລະນາ ແນວທາງຕາມກົດໝາຍ ແລະ ຂໍໃຫ້ກຸ່ມສະໜັບສະໜູນ ຫຼື ປະຊາຊົນທີ່ເຫັນດີກັບພັກ ສົ່ງຫຼັກຖານ ແລະ ເບາະແສກ່ຽວກັບ ການລະເມີດກົດໝາຍການເລືອກຕັ້ງຊຶ່ງຈະມີທິມງານລວບລວມເພື່ອຕຽມ ເຜີຍແຜ່ຄວາມຈິງຕໍ່ໄປ.
ມຽນມາຈັດການເລືອກຕັ້ງທົ່ວໄປເມື່ອວັນທີ 8 ພະຈິກທີ່ຜ່ານມາ ຊຶ່ງເປັນການເລືອກຕັ້ງລະດັບປະເທດຄັ້ງທີ 2 ຂອງມຽນມາ ນັບຕັ້ງແຕ່ການປ່ຽນຜ່ານຈາກລັດຖະບານທະຫານຢ່າງສົມບູນ ເປັນລັດຖະບານທະຫານເຄິ່ງພົນລະເຮືອນເມື່ອປີ 2011 ໂດຍການເລືອກຕັ້ງຄັ້ງທຳອິດເກີດຂຶ້ນເມື່ອວັນທີ 8 ພະຈິກປີ 2015 ແລະ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ(ເອັນແອລດີ) ຂອງນາງອອງຊານຊຸຈີ ຜູ້ນຳລັດຖະບານພົນລະເຮືອນຄົນປັດຈຸບັນຄ້ວາໄຊຊະນະຢ່າງຖ້ວມທົ້ນຄື 390 ທີ່ນັ່ງຈາກທັງໝົດ 664 ທີ່ນັ່ງໃນລັດຖະບານແຫ່ງສະຫະພາບແບ່ງເປັນ 135 ທີ່ນັ່ງຈາກ 224 ທີ່ນັ່ງໃນສະພາຜູ້ແທນປະຊາຊົນ ແລະ 255 ທີ່ນັ່ງຈາກ 440 ທີ່ນັ່ງວຸດທິສະພາ.
ຂະນະນີ້ເຖິງແມ່ນຍັງຈະບໍ່ທັນປະກາດຢ່າງເປັນທາງການກໍຕາມ ແຕ່ພັກ ເອັນແອລດີ ຄາດການວ່າຈະໄດ້ຮັບເລືອກຕັ້ງ ບໍ່ໜ້ອຍກ່ວາ 332 ທີ່ນັ່ງ ຂະນະທີ່ມີລາຍງານວ່າ ພັກຢູເອັນດີພີ ຊື່ງເປັນແກນນຳຝ່າຍຄ້ານອາດໄດ້ຮັບເລືອກຕັ້ງ ບໍ່ເຖິງ 20 ທີ່ນັ່ງ ຫຼຸດລົງຢ່າງໜ້າຕົກໃຈຈາກການເລືອກຕັ້ງເມື່ອ 5 ປີຜ່ານມາ ຊຶ່ງໄດ້ຮັບການເລືອກຕັ້ງ 41 ທີ່ນັ່ງ.

