ເກົາຫຼີເໜືອ ສຳເລັດການຍິງທົດລອງຂີປານາວຸດຂ້າມທະວີບຈາກເຮືອດຳນໍ້າ

ຮຽບຮຽງໂດຍ: ລູກເມືອງພວນ

ຈາກສຳນັກຂ່າວສູນກາງເກົາຫຼີເໜືອວັນທີ 4 ຕຸລາໃຫ້ຮູ້ວ່າ: ເກົາຫຼີເໜືອໄດ້ປະສົບຜົນສຳເລັດການຍິງທົດລອງຂີປານາວຸດຈາກກຳປັ່ນດຳນໍ້າໂດຍສະຖາບັນວິທະຍາສາດກອງທັບເກົາຫຼີເໜືອ ເປັນຂີປານາວຸດຂ້າມທະວີບຊະນິດໃໝ່ ໃນແນວຕັ້ງໃນນ່ານທະເລນອກອ່າວ ວອນຊານ ຂອງເກົາຫຼີເໜືອ ຊຶ່ງເປັນການຍິງທົດລອງທາງວິທະຍາສາດ ແລະ ທາງເທັກນິກທີ່ສຳຄັນຂອງຂີປານາວຸດຂ້າມທະວີບທີ່ອອກແບບໃໝ່,  ບໍ່ມີຜົນກະທົບດ້ານລົບຕໍ່ຄວາມໝັ້ນຄົງຂອງປະເທດເພື່ອນບ້ານ. ການທົດລອງໃນຄັ້ງນີ້ ທ່ານ ກີມຈອງອູນ ບໍ່ໄດ້ໄປຊີ້ນຳ ແລະ ເບິ່ງດ້ວຍຕົນເອງ ແຕ່ໄດ້ສະແດງຄວາມຊົມເຊີຍໃນນາມຂອງຄະນະກຳມະການກາງຂອງພັກແຮງງານເກົາຫຼີເໜືອ ໄປຍັງໜ່ວຍງານວິໄຈທີ່ກ່ຽວຂ້ອງກັບການຍິງທົດລອງຂີປານາວຸດຄັ້ງນີ້. ການຍິງຂີປານາວຸດທີ່ມີຄວາມສຳເລັດນັ້ນ ມີຄວາມສຳຄັນຢ່າງຍິ່ງຕໍ່ການປ້ອງກັນໄພຄຸກຄາມຈາກກອງກຳລັງນອກປະເທດຕໍ່ເກົາຫຼີເໜືອ ແລະ ເປັນການເສີມກຳລັງທະຫານເພື່ອປ້ອງກັນຕົນເອງ. ການຍິງທົດລອງເກີດຂຶ້່ນໜຶ່ງວັນຫຼັງຈາກລັດຖະມົນຕີການຕ່າງປະເທດເກົາຫຼີເໜືອກ່າວວ່າ: ເກົາຫຼີເໜືອ ແລະ ສະຫະລັດໄດ້ຕົກລົງກັນທີ່ຈະມີການເຈລະຈາໃນລະດັບຄະນະເຮັດວຽກຮ່ວມກັນໃນອາທິດນີ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ