ອາເມລິກາປິດຊາຍແດນແມັກຊິກສະກັດ ຜູ້ເຂົ້າເມືອງທີ່ຖືກຕຳຫລວດແມັກຊິກໄລ່

ອາເມລິກາປິດຊາຍແດນຕິດກັບແມັກຊິກທີ່ເປັນດ່ານທາງບົກໜາແໜ້ນທີ່ສຸດໃນຕາເວັນຕົກ ເນື່ອງຈາກຕຳຫລວດແມັກຊິກໃຊ້ກຳລັງສະຫລາຍຜູ້ເຂົ້າເມືອງຊາວອາເມລິກາກາງທີ່ຊຸມນຸມປະທ້ວງ ສົ່ງຜົນໃຫ້ຜູ້ເຂົ້າເມືອງພະຍາຍາມຈະຂ້າມໄປໃນອາເມລິກາ ຈົນເຈົ້າໜ້າທີ່ອາເມລິກາຕ້ອງຍິງແກັສນ້ຳຕາສະກັດໄວ້.

ສຳນັກງານພາສີອາກອນ ແລະ ປ້ອງກັນຊາຍແດນອາເມລິກາ ກ່າວວ່າ: ໄດ້ຢຸດການຈະລາຈອນທັງສອງເບື້ອງທາງເຂົ້າທ່າເຮືອຊານຊິໂດຣ ເຊິ່ງເປັນຈຸດຜ່ານແດນລະຫວ່າງເມືອງຕີຮົວນາຂອງແມັກຊິກກັບເມືອງແຊນດີເອໂກຂອງອາເມລິກາ ແຕ່ລະວັນມີພາຫະນະ 70.000 ຄັນ ແລະ ຄົນ 200.000 ຄົນຜ່ານຈຸດນີ້. ລັດຖະບານແມັກຊິກແຈ້ງວ່າ: ຄວບຄຸມສະຖານະການບໍລິເວນຊາຍແດນໄດ້ແລ້ວ ໂດຍໄດ້ຈັບກຸມຜູ້ເຂົ້າເມືອງເກືອບ 500 ຄົນທີ່ໃຊ້ກຳລັງພະຍາຍາມຂ້າມເຂົ້າໄປໃນອາເມລິກາ ແລະ ຂູ່ຈະສົ່ງກັບຜູ້ເຂົ້າເມືອງທີ່ພະຍາຍາມເຂົ້າອາເມລິກາຢ່າງຜິດກົດໝາຍທັນທີ.
ຜູ້ເຂົ້າເມືອງຊາວອາເມລິກາກາງຈຳນວນຫລາຍທີ່ອ້າງວ່າໜີຄວາມຮຸນແຮງ ແລະ ຄວາມທຸກຍາກໃນປະເທດກຳລັງອາໄສຢູ່ໃນສະໜາມກິລາຂອງເມືອງຕີຮົວນາ ແລະ ມັກໄປຍ້າຍປັກຫລັກໃກ້ຈຸດດ່ານແດນເປັນໄລຍະໆ ອ້າງວ່າຈະລໍຖ້າຈົນກວ່າຈະສາມາດຂໍລີ້ໄພ. ສະຖານະການເລີ່ມຮຸນແຮງຂຶ້ນໃນຫລາຍວັນຜ່ານມາ ໂດຍໃນວັນທີ 25 ພະຈິກ ຜູ້ເຂົ້າເມືອງຫລາຍຮ້ອຍຄົນທີ່ມີເດັກ ແລະ ແມ່ຍິງລວມຢູ່ນຳ ເຄື່ອນຂະບວນປະທ້ວງຢ່າງສະຫງົບໄປຂົວມຸ່ງໜ້າໄປສະໜາມໃກ້ຊາຍແດນອາເມລິກາ ແລະ ຖືກທາງການແມັກຊິກສະກັດໄວ້, ຜູ້ເຂົ້າເມືອງຊຸດໜຶ່ງໄດ້ແຍກໄປທາງແມ່ນ້ຳສາຍໜຶ່ງມຸ່ງໜ້າໄປຮົ້ວກັ້ນຊາຍແດນ, ເຈົ້າໜ້າທີ່ພາສີອາກອນທີ່ຢູ່ອີກເບື້ອງໜຶ່ງຈຶ່ງໄດ້ຍິງແກັສນ້ຳຕາສະກັດໄວ້ ເປັນເຫດໃຫ້ເກີດຄວາມວຸ້ນວາຍ ບາງສ່ວນປັກຫລັກຢູ່ກັບທີ່, ບາງສ່ວນພະຍາຍາມຈະຂ້າມເຂົ້າໄປໃນອາເມລິກາ.

