ປະທານປະເທດໃຫ້ກຽດໂອ້ລົມອົງການປົກຄອງເມືອງໄຊເສດຖາ

ໃນວັນທີ 23 ກັນຍານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະນະປົກຄອງ ແລະ ພະນັກງານຫລັກແຫລ່ງເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ເຊິ່ງທ່ານປະທານປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ເມືອງຍາດມາໄດ້, ພ້ອມໄດ້ເນັ້ນໃຫ້ອໍານາດການປົກຄອງເມືອງ ກໍຄືຂະແໜງການຕ່າງໆເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ, ແນວທາງນະໂຍບາຍ, ລະບຽບກົດໝາຍໃຫ້ພະນັກງານ-ລັດຖະກອນໄດ້ທົ່ວເຖິງ, ເຊິ່ງບັນຫາດັ່ງກ່າວເປັນບັນຫາທີ່ຕັດສິນການປະຕິບັດໜ້າທີ່ວຽກງານຂອງແຕ່ລະຂະແໜງການ, ການນໍາໃຊ້ສິດປະຊາທິປະໄຕ ເຂົ້າໃນການພັດທະນາວຽກງານເສດຖະກິດ-ສັງຄົມ, ການແກ້ໄຂບັນຫາໄພຫວ່າງງານ, ການສຶກສາ, ສາທາລະນະສຸກ ການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງນະນະຄອນຫລວງວຽງຈັນວາງອອກ, ການເກັບລາຍຮັບເຂົ້າງົບປະມານ ການແກ້ໄຂໜີ້ສິນ ແລະ ຂໍ້ຄົງຄ້າງຕ່າງໆ, ພ້ອມເອົາໃຈໃສ່ຍົກລະດັບສີມືແຮງງານ, ການສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ, ຕະຫລາດຈຳໜ່າຍສິນຄ້າ, ການແກ້ໄຂຮ່ອງລະບາຍນໍ້າໃຫ້ສະອາດຈົບງາມ, ເອົາໃຈໃສ່ຊຸກຍູ້ການຜະລິດສິນຄ້າກະສິກຳ ແລະ ອື່ນໆ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເຊິ່ງບັນຫາເຫລົ່ານີ້ຕ້ອງເອົາໃຈໃສ່ຢ່າງຈິງຈັງເດັດຂາດ, ໂດຍສະເພາະແມ່ນບັນຫາຫຍໍ້ທໍ້ຕ່າງໆໃຫ້ສັງຄົມໃຫ້ໝົດໄປ.

ໃນໂອກາດນີ້, ທ່ານເຈົ້າເມືອງກໍໄດ້ລາຍງານການຊີ້ນຳວຽກງານຮອບດ້ານ ຂອງເມືອງໄຊເຊດຖາ ເປັນຕົ້ນແມ່ນການນຳພາການເມືອງ-ແນວຄິດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ, ວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ວຽກງານພັກພະນັກງານ ແລະ ວຽກງານອົງການປົກຄອງ. ພ້ອມດຽວກັນ, ກໍໄດ້ນໍາສະເໜີບັນຫາຕ່າງໆຕໍ່ທ່ານປະທານປະເທດ ເພື່ອຂໍທິດທາງປັບປຸງແກ້ໄຂໃນຕໍ່ໜ້າ ເຊັ່ນ: ການອະນຸມັດງົບປະມານໃຫ້ທ້ອງຖິ່ນນໍາໃຊ້, ໂດຍສະເພາະແມ່ນເມືອງໄຊເຊດຖາ ໄລຍະຜ່ານມາເມືອງມີຄວາມຕ້ອງການທຶນຈຳນວນໜຶ່ງ ປະມານ 568 ຕື້ກວ່າກີບ, ແຕ່ການອະນຸມັດຕົວຈິງມີພຽງແຕ່ 20,69 ຕື້ກວ່າກີບ, ເຫັນວ່າໜ້ອຍຫລາຍ, ພ້ອມນີ້ກໍແມ່ນບັນຫາຢາເສບຕິດ, ຂໍ້ຂັດແຍ່ງທາງດ້ານທີ່ດິນ, ຄວາມບໍ່ສະອາດຕາມເສັ້ນທາງສາຍຫລັກໃນຕົວເມືອງ ແລະ ອື່ນໆ ເພື່ອຂໍທິດແນະນໍາແກ້ໄຂ

