ຄສບ ຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນສົກປີ 2016-2017

ໃນວັນທີ 21 ກຸມພານີ້, ຄະ ນະເສດຖະສາດ ແລະ ບໍລິຫານ ທຸລະກິດ (ຄສບ) ມະຫາວິທະຍາ ໄລແຫ່ງຊາດ (ມຊ), ໄດ້ມອບໃບ ຍ້ອງຍໍ ແລະ ລາງວັນດີເດັ່ນໃຫ້ ແກ່ອາຈານຜູ້ທີ່ມີຜົນງານ ດີເດັ່ນ ໃນການຈັດຕັ້ງປະຕິບັດການ ຮຽນ-ການສອນ, ການຄົ້ນຄວ້າ ວິໄຈ ແລະ ການເຄື່ອນໄຫວກິດ ຈະກໍາຊ່ວຍເຫຼືອສັງຄົມ ປະຈໍາສົກ ຮຽນປີ 2016-2017, ໂດຍການ ເຂົ້າຮ່ວມຂອງທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມຊ, ມີຄະ ນະບໍດີ, ຫົວໜ້າພາກວິຊາ ພ້ອມ ດ້ວຍຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມເປັນຈໍານວນຫຼາຍ.
+ ສະຫະພັນດຶງເຊືອກສະຫລຸບ ແລະ ຍ້ອງຍໍ ນັກກິລາທີ່ສ້າງຜົນງານດີເດັ່ນປີຜ່ານມາ
+ ສສກ ສະຫລຸບ ແລະ ຍ້ອງຍໍຜົນງານນັກກິລາຄົນພິການລາວ ທີ່ສ້າງຜົນງານໃນກິລາອາຊຽນພາຣາເກມ ຄັ້ງທີ IX ທີ່ມາເລເຊຍ
ທ່ານຫົວໜ້າພະແນກຈັດຕັ້ງສັງລວມ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງຄະນະນໍາ, ຄູ-ອາຈານ ທົ່ວຄະນະເສດຖະສາດ ແລະ ບໍ ລິຫານທຸລະກິດ ໃນສົກ 2016 -2017 ຜ່ານມາ, ໄດ້ສຸມໃສ່ ປະ ຕິບັດ 3 ໜ້າທີ່ຕົ້ນຕໍຄື: ການສິດ ສອນ ແລະ ຮໍ່າຮຽນ, ການຄົ້ນ ຄວ້າວິໄຈ ແລະ ການເຄື່ອນ ໄຫວກິດຈະກໍາ ແລະ ຊ່ວຍ ເຫຼືອສັງຄົມ, ເຊິ່ງຜົນງານ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ສາມາດຄັດເລືອກ ໄດ້ ບັນດາບຸກຄົນດີເດັ່ນຮອບດ້ານ 3 ປະເພດ, ພ້ອມທັງຄັດເລືອກ ອາຈານຈໍານວນ ໜຶ່ງທີ່ມີຜົນງານທາງດ້ານການຄົ້ນຄວ້າວິ ໄຈ ເພື່ອເປັນການຊົມເຊີຍ ແລະ ສົ່ງເສີມຜູ້ທີ່ດີເດັ່ນ. ດັ່ງນັ້ນ, ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ໄດ້ຕົກລົງມອບ ໃບຍ້ອງຍໍຂັ້ນກະຊວງ ໃຫ້ບຸກ ຄົນ ຈໍານວນ 874 ທ່ານ ໃນ ນັ້ນ, ຄສບ ມີ 40 ທ່ານ ທີ່ມີຜົນ ງານ ດີເດັ່ນໃນການປະຕິບັດໜ້າ ທີ່ວຽກງານ ແລະ ການສິດສອນ ປະຈໍາສົກປີ 2016-2017. ນອກຈາກນີ້. ຍ້ອງຍໍຂັ້ນມະຫາ ວິທະຍາໄລແຫ່ງຊາດ ຈໍານວນ 497 ທ່ານ, ອາຈານໃນ, ຄສບ 27 ທ່ານ; ຍ້ອງຍໍຂັ້ນຄະນະວິ ຊາ 2 ທ່ານ. ພ້ອມນັ້ນ, ຍັງໄດ້ ມອບໃບຍ້ອງຍໍໃຫ້ຜູ້ທີ່ໄດ້ຮັບ ລາງວັນ Toyoda Award ປະຈໍາສົກປີ 2016-2017 ຈໍານວນ 2 ທ່ານ ແລະ ຍ້ອງຍໍ ນັກຄົ້ນຄວ້າທີ່ໄດ້ຮັບລາງ ວັນ Deam Award ປະຈໍາ ສົກປີ 2016-2017 ຈໍານວນ 11 ທ່ານ.

