ສະຫະລັດ-ຈີນ ອາດຈະສຳເລັດການເຈລະຈາການຄ້າຊົ່ວຄາວ

ຮຽບຮຽງໂດຍລູເມືອງພວນ

ສະຫະລັດ-ຈີນ ອາດຈະປະສົບຜົນສຳເລັດເຈລະຈາການຄ້າໃນເດືອນໜ້ານີ້ ໂດຍເງື່ອນໄຂຕ່າງໆຈຳນວນໜຶ່ງ- ນັກຊ່ຽວຊານດ້ານເສດຖະກິດ Chen Wenling ຄາດເດົາ.

Chen, ລະບຸວ່າ: ສອງຝ່າຍຈະປະສົບຜົນສຳເລັດການເຈລະຈາ ຖ້າຈີນຫາກຍອມຮັບຊື້ ພືດກະສິກຳຂອງສະຫະລັດ ແລະ ລັດຖະບານ ດໍໂນທຣຳຫາກ ແກ່ຍາວການຂຶ້ນພາສີ ກໍຄືການຜ່ອນຜັນການລົງໂທດຕໍ່ກຸ່ມບໍລິສັດ ຫົວເຫວີຍ ອອກໄປ.

 “ ຖ້າຫາກຢາກໃຫ້ມີການຕົກລົງກັນໄດ້ໃນເດືອນໜ້ານີ້, ສະຫະລັດຕ້ອງຢືດເວລາຂຶ້ນພາສີຕໍ່ຈີນທີ່ມີກຳນົດຈັດຕັ້ງປະຕິບັດໃນວັນທີ 15 ຕຸລາຈະມາເຖິງອອກໄປ ” Chen ກ່າວ. “ ສະຫະລັດຄວນຍົກເລີກການຂຶ້ນພາສີຕໍ່ສິນຄ້າຂອງຈີນ, ໂດຍສະເພາະແມ່ນ ບໍ່ຄວນຂຶ້ນພາສີໃດໆຕື່ມອີກຕໍ່ ປັກກິງ ”

Chen ຢໍ້າອີກວ່າ: ຈີນບໍ່ຕ້ອງການວາງເງື່ອນໄຂໃດອີກນອກຈາກ ໃຫ້ຄຳໝັ້ນສັນຍາຊື້ ພືດກະເສດຂອງສະຫະລັດ, ລວມມີ: ຖົ່ວເຫຼືອງ ແລະ ຊີ້ນໝູ, ເພາະ ປັກກິງຍັງຢູ່ທ່າໄດ້ປຽບທາງການຄ້າກັບ ວໍຊິງຕັນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ