UNDP ເປີດຫ້ອງຄົ້ນຄວ້າເພື່ອການພັດທະນາ.

ໃນວັນທີ 19 ກັນຍານີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ​ປະ​ຈໍາລາວ, ໄດ້ເປີດຫ້ອງຄົ້ນຄວ້າເພື່ອເລັ່ງການພັດທະນາກັບເຄືອຂ່າຍທົ່ວໂລກຂຶ້ນ​ຢູ່​ທີ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ, ​ເພື່ອຄົ້ນຄວ້າກ່ຽວ​ກັບການແກ້ໄຂບັນຫາຈາກຮາກຖານແລ້ວນຳມາທົດສອບ ຖ້າຫາກວ່າພົບເຫັນບັນຫາທີ່ສຳຄັນ ທີ່ມັນທ້າທາຍເພື່ອນຳມາແກ້ໄຂໂດຍດ່ວນ, ໂດຍສະເພາະແມ່ນວິກິດຂອງພຣາສະຕິກ ແລະ ການສ້າງອາຊີບໃຫ້ຊາວໜຸ່ມ ໂດຍການເຮັດວຽກຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ເປັນຄູ່ຮ່ວມງານຫລັກ.

  ທ່ານ ນາງ ຣິຄາດ້າ ຣິເກີ້ ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວກ່າວວ່າ: ຫ້ອງຄົ້ນຄວ້າດັ່ງກ່າວ, ຈະຮັບປະກັນວ່າ ການເຮັດວຽກຕ້ອງມີຄວາມຈະແຈ້ງ, ມີສ່ວນຮ່ວມ ແລະ ມີການປະກອບສ່ວນຈາກທຸກຝ່າຍ ແລະ ເຄືອຂ່າຍດັ່ງກ່າວປະກອບມີ 60 ຫ້ອງຄົ້ນຄວ້າ ທີ່ເຮັດວຽກໃນ 78 ປະເທດ. UNDP ຮູ້ແຈ້ງວ່າການເຮັດວຽກແບບເກົ່າ ຍັງບໍ່ມີການຕອບສະໜອງແບບທັນດ່ວນ, ໂດຍອີງໃສ່ປັດໄຈທາງດ້ານສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດ. ຜ່ານການເຮັດວຽກຂອງຫ້ອງຄົ້ນຄວ້ານີ້ ພວກເຮົາຈະແກ້ໄຂບັນຫາທີ່ຮີບດ່ວນ ທີ່ສົ່ງຜົນກະທົບຕໍ່ປະຊາ ຊົນ ແລະ ການພັດທະນາເສດຖະກິດ, ໂດຍຈະເຮັດວຽກເພື່ອການເຊື່ອມໂຍງທາງອອກ ໃນການແກ້ໄຂບັນຫາທີ່ມີຢູ່ແລ້ວ ໃຫ້ເກີດປະໂຫຍດເພີ່ມອີກ.

   ຫ້ອງຄົ້ນຄວ້ານີ້, ເປັນຄວາມຄິດລິເລີ່ມໃໝ່, ເຊິ່ງຈະຊ່ວຍໃຫ້ພວກເຮົາເຮັດວຽກກັບຄູ່ຮ່ວມງານທີ່ແຕກຕ່າງ ເພື່ອແກ້ໄຂບັນຫາການພັດທະນາ, ເພື່ອພັດທະນາຕົ້ນແບບສຳລັບການທົດລອງ ແລະ ເພື່ອແບ່ງປັນປະສົບການຂອງພວກເຮົາຜ່ານເຄືອຂ່າຍການຮຽນຮູ້. ທັງນີ້, ກໍເພື່ອຈະເຂົ້າໃຈສາເຫດຕົ້ນຕໍຂອງບັນຫາ.