ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນ ໃນວັນທີ 27 ຕຸລາ ຫາ 17 ພະຈິກນີ້ ເພື່ອພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດ

ໃນວັນທີ 20 ຕຸລານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫລງໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລາ ຫາ 17 ພະຈິກ 2020 ເຊິ່ງຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆຂອງຊາດດັ່ງນີ້: ພິຈາລະນາຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2020 ແລະ ແຜນການປະຈໍາປີ 2021. ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2020 ແລະ ແຜນການປີ 2021. ທາບທາມຮ່າງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020), ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ພິຈາລະນາຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບແຜນຜັງຕົວເມືອງນະຄອນຫລວງວຽງຈັນ. ພິຈາລະນາຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ພິຈາລະນາຮັບຮອງບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019, ບົດລາຍງານການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງອົງການກວດກາລັດຖະບານ. ພິຈາລະນາຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ພິຈາລະນາຮັບຮອງບົດລາຍງານຂອງສານປະຊາຊົນສຸງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2020), ພິຈາລະນາຮັບຮອງບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະ 5 ປີ(2016-2020) ແລະ ທາບທາມຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດຊຸດທີ IX, ພິຈາລະນາຮັບຮອງບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການແກ້ໄຂຜົນການກວດສອບ ແລະ ຜົນການກວດກາໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຈັດເກັບລາຍຮັບ. ພິຈາລະນາຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ, ການບໍລິການໃນຮ້ານບັນເທິງ ແລະ ຮ້ານກິນດື່ມ. ນອກນີ້, ຈະພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈໍານວນ 5 ສະບັບ ຄື: ຮ່າງກົດໝາຍສ້າງໃໝ່ ມີ 4 ສະບັບ ປະກອບ ມີ: ຮ່າງກົດໝາຍວ່າດ້ວຍຊັ້ນນັກການທູດ. ຮ່າງກົດໝາຍວ່າດ້ວຍຊາວໝຸ່ມລາວ. ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ແລະ ກົດໝາຍປັບປຸງໃໝ່ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຂໍເຊີນຊວນປະຊາຊົນບັນດາເຜົ່າ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ຊາວຜູ້ອອກແຮງງານ ລວມເຖິງພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມຄັ້ງນີ້ຜ່ານສື່ມວນຊົນທາງການ, ພ້ອມທັງສາມາດສົ່ງຄໍາຄິດເຫັນ ມາຍັງກອງປະຊຸມຜ່ານໂທລະສັບບໍ່ເສຍຄ່າ ໝາຍເລກ 156. ໂທລະສານ ໝາຍເລກ 021 413528. ສົ່ງຈົດຫມາຍທາງໄປສະນີ ຕູ້ ປນ 662 ແລະ ສົ່ງອີເມວ nalao.156@gmail.com.


