ນາຍົກລັດຖະມົນຕີອົດສະຕຣາລີເຮັດສັນຍາກັບ ບໍລິສັດວິໄຈວັກແຊງຂອງອັງກິດ ພ້ອມລະບຸວ່າ ຄົນອົດສະຕຣາລີຈະບໍ່ເສຍຄ່າໃຊ້ຈ່າຍໃນການຮັບວັກແຊງ

ໜັງສືພິມຊິດນີມໍນິງເຮຣັດ (SMH) ລາຍງານວ່າ: ທ່ານ ສະກ໊ອດ ມໍຣິສັນ ນາຍົກລັດຖະມົນຕີ ຂອງອົດສະຕຣາລີ ໄດ້ປະກາດຂໍ້ຕົກລົງກັບບໍລິສັດແອສຕຣ້າເຊນເນກ້າ ໃນການຈອງວັກແຊງຢ່າງໜ້ອຍ 25 ລ້ານໂດສ (1 ໂດສ ເທົ່າກັບ 5 CC) ຖ້າວັກແຊງທີ່ທາງບໍລິສັດວິໄຈຮ່ວມກັບມະຫາວິທະຍາໄລອັອກຟອດຜ່ານການອະນຸມັດໃຫ້ນຳໃຊ້ໄດ້.
ວັກແຊງນີ້ຖືເປັນວັກແຊງຢ່າງໜຶ່ງທີ່ພັດທະນາໄດ້ໄວ ແລະ ມີຜົນການວິໄຈອອກມາເປັນໜ້າພໍໃຈ, ເຖິງວ່າຕອນນີ້ຍັງຕ້ອງຖ້າຜົນການທົດສອບໃນໄລຍະທີ 3 ກໍຕາມ ເຊິ່ງຖ້າບໍ່ມີຫຍັງຜິດພາດ ຄາດວ່າຈະມີການສົ່ງມອບວັກແຊງຊຸດທຳອິດໄດ້ໃນທ້າຍປີນີ້ຫາຕົ້ນປີໜ້າ ໂດຍແຫລ່ງຂ່າວລາຍງານວ່າ: ລາຄາວັກແຊງນີ້ມີປະມານ ໂດສລະ 8 ໂດລາອົດສະຕຣາລີ.
ນາຍົກລັດຖະມົນຕີ ມໍຣິສັນ ກ່າວວ່າ: ຄົນອົດສະຕຣາລີທຸກຄົນຈະໄດ້ຮັບວັກແຊງນີ້ຟຣີ ໂດຍກຸ່ມທຳອິດຈະໄດ້ຮັບຄືຄົນອາຍຸ 60 ປີຂຶ້ນໄປ ແລະ ຄົນທີ່ມີພະຍາດປະຈຳຕົວເຊັ່ນ: ພະຍາດຫອບຫືດ, ພະຍາດຫົວໃຈ, ຜູ້ເຂົ້າຮັບການປ່ຽນຖ່າຍອະໄວຍະວະ ແລະ ຜູ້ເປັນພະຍາດມະເຮັງ.
ອົດສະຕຣາລີມີປະຊາກອນປະມານ 25 ລ້ານຄົນ ແນ່ນອນວ່າວັກແຊງຈຳນວນ 25 ລ້ານໂດສອາດບໍ່ພຽງພໍແນ່ນອນ ຖ້າຕ້ອງສັກຄົນລະ 2 ໂດສ. ດັ່ງນັ້ນ ໃນການເຮັດຂໍ້ຕົກລົງຄັ້ງນີ້ຈຶ່ງມີການອະນຸມັດໃຫ້ພັດທະນາ, ຜະລິດ ແລະ ແຈກຢາຍໄດ້ ເພາະນອກຈາກວັກແຊງແລ້ວ, ລັດຖະບານອົດສະຕຣາລີຍັງໄດ້ເຮັດສັນຍາກັບບໍລິສັດເບດຕັນຄິກກິນສັນ ຜູ້ຜະລິດອຸປະກອນການແພດຈາກອາເມລິກາ ເພື່ອສັ່ງຈອງເຂັມສັກຢາ 100 ລ້ານອັນ.
ນອກຈາກການແຈກຢາຍວັກແຊງຢູ່ອົດສະຕຣາລີແລ້ວ, ນາຍົກລັດຖະມົນຕີ ມໍຣິສັນ ຍັງຮັບປາກວ່າ: ປະເທດໃກ້ຄຽງ ແລະ ພັນທະມິດໃນພາກພື້ນປາຊີຟິກ ແລະ ອາຊີຕາເວັນອອກສຽງໃຕ້ ຈະເປັນກຸ່ມທຳອິດທີ່ໄດ້ເຂົ້າເຖິງວັກແຊງຊະນິດນີ້ນຳອີກ.
