ສະຫວັນນະເຂດ ຈັດງານການກຸສົນຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໄດ້ຮັບເງິນຫລາຍກວ່າ 2,87 ຕື້ກີບ ແລະ 52.000 ໂດລາ

ໃນຕອນຄໍ່າວັນທີ 11 ກັນຍານີ້, ຢູ່ທີ່ພັດຕະຄານດາວຮຸ່ງ 1 ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດງານການກຸສົນຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳຖ້ວມທີ່ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ແລະ ນັກທຸລະກິດຈາກ ພ້ອມດ້ວຍມວນຊົນເຂົ້າຮ່ວມບໍລິຈາກເປັນຈໍາ ນວນຫລາຍ.
ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວເປີດງານພ້ອມທັງລາຍງານສະພາບນ້ຳຖ້ວມຢູ່ພາຍໃນແຂວງຂອງຕົນວ່າ: ປັດຈຸບັນຍັງມີນ້ຳຖ້ວມສູງຢູ່ເຂດ ເມືອງສອງຄອນ, ຈຳພອນ ແລະ ຊົນນະບູລີ,
ເຮືອນຊານຫຼາຍຫຼັງ ຍັງຈົມຢູ່ໃຕ້ນ້ຳ ແລະ
ຄາດວ່າຍັງອີກຫຼາຍມື້ກວ່າທີ່ນ້ຳຈະຫຼຸດລົງສູ່ປົກກະຕິ,
ເຊິ່ງຜົນເສຍຫາຍຈາກນ້ຳຖ້ວມໃນຄັ້ງນີ້ ມີ 10 ເມືອງ, 165 ບ້ານ, 13.736 ຄອບຄົວ ແລະ 30.637 ຄົນໄດ້ຮັບຜົນກະທົບໜັກ, ໃນນັ້ນຕ້ອງຍົກຍ້າຍປະຊາຊົນອອກໄປຢູ່ບ່ອນທີ່ປອດໄພມີ 81 ບ້ານ, 7.433 ຄອບຄົວ, 27.252 ຄົນ, ມີຜູ້ເສຍຊີວິດ 4 ຄົນ, ເນື້ອທີ່ນາປີຖືກນ້ຳຖ້ວມ
49.274 ເຮັກຕາ, ເນື້ອທີ່ສວນປູກພືດ
2.585 ເຮັກຕາ, ອ່າງເກັບນ້ຳ 11 ແຫ່ງ, ຄູກັນນ້ຳ 4 ແຫ່ງ, ປະຕູນ້ຳ 12 ແຫ່ງ ແລະ
ສາຖານີຈັກສູບນ້ຳ 9 ແຫ່ງ, ໜອງປາຖືກນ້ຳຖ້ວມ
1.819 ໜອງ, ສັດລ້ຽງຕາຍ ແລະ
ສູນຫາຍຫລາຍພັນໂຕ, ນອກຈາກນັ້ນກໍ່ຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງຄື:
ເສັ້ນທາງເສຍຫາຍຫຼາຍກວ່າ 54 ເສັ້ນ, ບາງບ່ອນທາງຂາດ, ນ້ຳເຊາະເຈື່ອນ, ຂົວເປ່ເພຍຸບລົງ, ເສັ້ນທາງຫຼາຍບ່ອນຖືກຕັດຂາດບໍສາມາດສັນຈອນໄປ-ມາໄດ້, ການເຂົ້າເຖິງປະຊາຊົນຜູ້ປະສົບໄພພົບຄວາມຫຍຸ້ງຍາກ, ເສົາໄຟຟ້າຫຼາຍບ່ອນຫັກລົ້ມໃນບາງເຂດພື້ນທີ່ບໍ່ສາມາດກະຈາຍກະແສໄຟຟ້າໄດ້, ໜໍ້ແປງໄຟ, ກົງເຕີໄຟ, ເຄື່ອງໃຊ້ໄຟຟ້າຂອງປະຊາຊົນຈຳນວນຫຼາຍຖືກນ້ຳຖ້ວມເສຍຫາຍ
ເຊິ່ງຍັງບໍ່ສາມາດສັງລວມຂໍ້ມູນໄດ້ລະອຽດ ແລະ ມີໂຮງຮຽນ 165 ແຫ່ງຖືກນ້ຳຖ້ວມ ແລະ 187 ແຫ່ງບໍ່ສາມາດເປີດໄຂສົກຮຽນໃຫມ່ທັນ, ມີສຸກສາລາ 8 ແຫ່ງຖືກນ້ຳຖ້ວມບໍ່ສາມາດບໍລິການປະຊາຊົນໄດ້, ນ້ຳສ້າງ, ນ້ຳບາດານ 659 ໜ່ວຍ ແລະ
ວິດຖ່າຍຫຼາຍພັນໜ່ວຍຖືກຖ້ວມເປ່ເພເສຍຫາຍ.

ຈາກນັ້ນບັນດາແຂກທີ່ເຂົ້າຮ່ວມພາຍໃນງານ ກໍ່ໄດ້ຮັບຊົມການສະແດງສິນລະປະວັນນະຄະດີ ພ້ອມທັງຮັບປະທານອາຫານຮ່ວມພາເຂົ້າສາມັກຄີ ແລະ ຮ່ວມກັນບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມຄັ້ງນີ້ສາມາດລວບລວມໄດ້ໃນມູນຄ່າຫລາຍກວ່າ 2,8ຕື້ກີບ, 52.000 ໂດລາ ແລະ ເປັນວັດຖຸລວມມູນຄ່າ 211 ລ້ານກວ່າກີບ.

