ສະຫະລັດ-ຈີນ ຈະເຈລະຈາການຄ້ານຳກັນໃນເດືອນຕຸລາ

ຮຽບຮຽງໂດຍ: ລູກເມືອງພວນ

ກະຊວງການຄ້າຂອງຈີນ ໃຫ້ຮູ້ວ່າ: ຄະນະຜູ້ແທນ ເຈລະຈາການຄ້າປັກກິງ – ວໍຊິງຕັນ ໄດ້ເຫັນດີພົບປະກັນໃນເດືອນຕຸລາທີ່ຈະມາເຖິງ.

ຮອງນາຍົກລັດຖະມົນຕີລິວ ແລະ ຜູ້ຕາງໜ້າການ ຄ້າຂອງສະຫະລັດ Robert Lighthizer ແລະ ລັດຖະມົນຕີການເງິນ ສະຫະລັດ Steven Mnuchin ໄດ້ ໂທລະສັບເຈລະຈາກັນກ່ອນ ແລ້ວ, ໃນຕອນເຊົ້າຂອງ  ວັນທີ 4 ກັນຍານີ້.  ແລະ ມື້ ດຽວກັນ ລັດຖະມົນຕີກະ ຊວງການຄ້າຂອງຈີນໄດ້ປະກາດວ່າ: ສອງຝ່າຍ ເຫັນ ດີເຫັນພ້ອມກັນຈັດການເຈ ລະຈາການຄ້າ ນຳກັນຢູ່ທີ່ ວໍຊິງຕັນ ຕົ້ນເດືອນໜ້ານີ້   ແລະ ການທາບທາມກັນ ຈະຈັດຂຶ້ນໃນກາງເດືອນ ກັນຍານີ້, ເພື່ອກະກຽມໃຫ້    ແກ່ການເຈລະຈາຄັ້ງໃຫຍ່. ຜູ້ນຳສະຫະລັດ ແລະ ຈີນ ເຫັນດີນຳກັນວ່າ: ຕ້ອງຮ່ວມມືນຳກັນ ແລະ ມີພຶດ ຕິກຳທີ່ຈິງໃຈຕໍ່ກັນ ເພື່ອສ້າງເງື່ອນໄຂໃຫ້ແກ່ການ ເຈລະຈາທີ່ຈະມາເຖິງ.

ນອກຈາກຮອງນາຍົກລັດຖະມົນຕີລິວແລ້ວ, ການເຈລະຈາທາງໂທລະສັບຍັງ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຄ້າຂອງຈີນ ຈຸງເຊີນ, ຜູ້ວ່າ ການທະນາຄານປະຊາຊົນ ຈີນ  ແລະ ຮອງປະທານຄະນະກຳມະການປະຕິຮູບ  ແລະ ພັດທະນາແຫ່ງຊາດ Ning Jizhe.

ເຖິງຢ່າງໃດກໍດີ, ນັກສັງເກດການໃຫ້ທັດສະນະວ່າ: ຍາກທີ່ຈະຕົກລົງກັນໄດ້,  ຍັງເປັນບັນຫາບໍ່ແນ່   ແລະ  ຍັງມືດມົນຢູ່. ໂຄສົກກະຊວງການຄ້າຂອງສະຫະ ລັດຍອມຮັບວ່າຈະເຈລະຈາ ກັນແຕ່ບໍ່ທັນຮູ້ວ່າເວລາ ທີ່ແນ່ນອນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ