ຍາມຂັດສົນຕ້ອງແບ່ງນ້ຳໃຈຮັບໃຊ້ປະຊາຊົນ

ໂດຍ: ທິດກ່ຳ
ດັ່ງທີ່ຮູ້ກັນແລ້ວວ່າ, ໃນອາທິດທີ່ຜ່ານມາໄດ້ມີສະພາບນ້ຳຖ້ວມເສັ້ນທາງ 13 ເໜືອຍ່ານເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ນັບແຕ່ເຂດບ້ານຜາງແຫ້ງໄປຫາບ້ານດົງ ຫລວງ ເຊິ່ງມີຄວາມຍາວເກືອບໜຶ່ງກິໂລແມັດ, ສ່ວນວ່າຍ່ານທີສອງນັ້ນແຕ່ຄ່າສາມແຍກດານຊີເປັນຕົ້ນໄປເກືອບສອງຮ້ອຍແມັດ.
ນອກຈາກນັ້ນ, ກໍແມ່ນແຖວບ້ານຫົວຂົວກໍມີສະພາບນ້ຳຖ້ວມເປັນບໍລິເວນກວ້າງເໝືອນກັນປາກົດການແບບນີ້ໃນຫລາຍປີຜ່ານມາແມ່ນບໍ່ຄ່ອຍໄດ້ເຫັນ ແລະ ບໍ່ເຄີຍມີໃນຂອບເຂດນີ້.
ເມື່ອຕັ້ງໂຈດກັນວ່າ, ເປັນຫຍັງມັນຈຶ່ງເກີດແບບນີ້? ຕາມການບອກເລົ່າຂອງປະຊາຊົນ ທ່ານໜຶ່ງທີ່ຢູ່ໃນຂອບເຂດດັ່ງກ່າວບອກວ່າ ມັນເປັນຍ້ອນພວກເຮົາເອງພາກັນຖົມດິນດອນຕອນຫຍ້າ ແລະ ໄປອັດຄັນຕັນທາງ. ແຕ່ກ່ອນຂອບເຂດທົ່ງນາແຖວບ້ານຜາງແຫ້ງ, ດົງຫລວງ ແລະ ບ້ານໃກ້ຄຽງອື່ນໆ ມີຫ້ວຍຮ່ອງຄອງບຶງເວລາຍາມຝົນມາມີນ້ຳໄຫລລົງສະໜຸກເອົາປາລົງຕ້ອນລົງຫລີ່.
ແຕ່ປີນີ້, ມີໂຄງການສາຍທາງດ່ວນ, ໂຄງການສ້າງທາງລົດໄຟຄວາມໄວສູງບໍລິສັດຈີນເຂົາມາດຸດເອົາໜ້າດິນຕາມແລວທາງອອກເພື່ອຖົມດິນຜູ້ມີເງື່ອນໄຂກໍພາກັນໄປຊື້ເອົາດິນນຳຈີນມາຖົມບໍ່ວ່າຈະເປັນດິນປຸກສ້າງ, ທົ່ງນາ, ຫ້ວຍຮ່ອງກໍຖົມໃຫ້ລຽບເພາະຖືວ່າເປັນຂອບເຂດດິນຂອງຕົນເອງໃຜກໍບໍ່ສິດໄປຮ້ອງຂໍຕໍ່ວ່າ, ສຸດທ້າຍມາເວລາຝົນຕົກນ້ຳມັນກະຖ້ວມຄືດັ່ງທີ່ເຫັນ.
ສະພາບແບບນີ້ບໍ່ໃຫ້ຕິໃຜ, ຢ່າໄປຖິ້ມໂທດໃສ່ ພັກ-ລັດຂັ້ນເທິງໃຫ້ພາກັນຕຳນິຕົນເອງທີ່ເປັນຜູ້ຖົມ, ດີແທ້ກະຄວນຈົ່ງຫ້ວຍຮ່ອງແລວນ້ຳໄວ້ເພື່ອຍາມຟ້າຍາມຝົນມານ້ຳມັນກໍໄຫລສະດວກສະບາຍຜູ້ກ່ຽວເວົ້າແຖມທ້າຍ.
ແນວໃດກໍຕາມ, ພາບທີ່ປະທັບໃຈອີກສິ່ງໜຶ່ງທີ່ທິດກ່ຳໄດ້ເຫັນໃນມື້ນ້ຳຖ້ວມໜັກນັ້ນຄືມີ ອ້າຍນ້ອງຕຳຫລວດຈາລະຈອນ ແລະ ອ້າຍນ້ອງທະຫານຢືນເປັນຍ່ານໆຢູ່ກາງເສັ້ນທາງ ທີ່ມີນ້ຳຖ້ວມເລິກພຽງກາງຂາໜ້າແຄງຄອຍສັນຍານໂບກເຕືອນລົດແລ່ນບືນໄປທ່າມກາງສາຍນ້ຳ ແລະ ຮ່າຝົນທີ່ພວມໂຮຍຮຳ.
ຕຳຫລວດບາງສະຫາຍກໍພວມຊ່ວຍຜູ້ທີ່ມີລົດຈັກທີ່ບໍ່ສາມາດຂີ່ຜ່ານກະແສນ້ຳ, ບາງສະຫາຍກໍແບກສິ່ງຂອງຜ່ານກະແສນ້ຳຊ່ວຍປະຊາຊົນໄປມາໃນຊຸດເຄື່ອງແບບທີ່ ປຽກຊຸ່ມ.
ນີ້ຄືປາກົດການທີ່ເຫັນສິ່ງດີໆ ຂອງຕຳຫລວດລາວທີ່ໄດ້ແບ່ງປັນນ້ຳໃຈຊ່ວຍ ເຫລືອປະຊາຊົນໃນຍາມຫຍຸ້ງຍາກຂັດສົນ ໃນຜ່ານມາທິດກ່ຳເຄີຍເຫັນ ແລະ ເຄີຍໄດ້ຍິນ ຫລາຍຄົນວິພາກວິຈານວ່າ ຕຳຫລວດລາວໄປຊອກຫາແຕ່ເລາະປັບໄໝເອົາແຕ່ເງິນ ນຳຄົນທີ່ເຮັດຜິດກົດຈະລະຈອນ.
ຕຳຫລວດທີ່ດີເປັນແບບຢ່າງຍັງມີບໍ່ອຶດບໍ່ຢາກສົມກັບວ່າຕຳຫລວດປະຊາຊົນ, ເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ.
ເວົ້າເຖິງຍາມຟ້າຍາມຝົນມາຢູ່ນະຄອນຫລວງວຽງຈັນເຮົາໃນຍຸກນີ້ມັນບໍ່ວ່າແຕ່ຢູ່ເຂດ ເມືອງນາຊາຍທອງ, ຍັງມີເມືອງອື່ນໆຫລາຍຈຸດຫລາຍໝ້ອງທີ່ຕ້ອງໄດ້ແກ້ໄຂໃນ ເລື່ອງການບໍລິຫານຈັດການນ້ຳເສຍ.
ອັນສຳຄັນກ່ອນອື່ນໝົດຕ້ອງໄດ້ກໍ່ສ້າງໃໝ່ ແລະ ປັບປຸງຮ່ອງລະບາຍນ້ຳໃຫ້ເປັນ ສາຍຫລັກໆ ຢູ່ນະຄອນຫລວງໃຫ້ກວ້າງຂວາງທັງສວຍງາມ, ສະອາດສະອ້າງປັດສະ ຈາກສິ່ງເປີະເປື້ອນຕ່າງໆ ທີ່ເປັນຕົ້ນເຫດໃຫ້ນ້ຳອັ່ງຂັງໂດຍສະເພາະແມ່ນຜັກຕົບ, ຂີ້ເຫຍື້ອທີ່ອຸດຕັນຕາມຫ້ວຍຮ່ອງຕົວຫລັກໆເຊັ່ນ: ຮ່ອງບຶງທາດຫລວງ, ຮ່ອງໜອງທາ ລົງມາໃສ່ໂພນຕ້ອງ, ຮ່ອງໄກ່ແກ້ວຕໍ່ໃສ່ວຽງຈະເລີນ ແລະ ສ້າງຫ້ວຍຮ່ອງໃໝ່ທີ່ເຫັນ ວ່າຈຳເປັນເພື່ອບໍລິຫານຈັດການນ້ຳເສຍຫລືເພື່ອຫລີກລ້ຽງໄພພິບັດຈາກບັນຫານ້ຳຖ້ວມຢູ່ນະຄອນຫລວງວຽງຈັນໃນອະນາຄົດ./.


