ການຄ້າ​ນະຄອນຫຼວງວຽງຈັນ​ ອອກແຈ້ງການໃຫ້ເອົາໃສໃນການຊື້-ຂາຍ ແລະ ຊົມໃຊ້ການບໍລິການຜ່ານທາງ​ອອນລາຍ​

ວັນທີ​ 12​ ເມສາ​ 2023 ຜ່ານມານີ້ ພະແນກ​ອຸດສາຫະ​ກໍາ​ແລະ​ການຄ້າ​ ນະຄອນ​ຫຼວງວຽງຈັນ​ ອອກແຈ້ງການ​ ​ ເຖິງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການຄ້າຂາຍ ຫຼື ຊື້, ຊົມໃຊ້ ສິນຄ້າ ຫຼື ການບໍລິການຜ່ານທາງເອເລັກໂຕຣນິກ ໃນທົ່ວນະຄອນຫຼວງວຽງຈັນ,​ ເລື່ອງໃຫ້ເອົາໃຈໃສ່ໃນການຊື້-ຂາຍ ແລະ ຊົມໃຊ້ການບໍລິການຜ່ານທາງເອເລັກໂຕຣນິກ ໃຫ້ມີຄວາມຮັບປະກັນຜົນປະໂຫຍດທັງຜູ້ຊື້ ແລະ ຜູ້ຂາຍ.

ການຊື້-ຂາຍ ແລະ ການຊົມໃຊ້ການບໍລິການຜ່ານທາງເອເລັກໂຕຣນິກ ໄດ້ມີບົດບາດເຂົ້າມາໃນລະບົບການຄ້າ-ຂາຍຢ່າງກວ້າງຂວາງ ແລະ ໄວວາ ຢູ່ໃນນະຄອນຫຼວງວຽງຈັນ, ຊຶ່ງເປັນພາກສ່ວນການບໍລິການໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ, ພ້ອມກັນນັ້ນກໍເປັນເງື່ອນໄຂສະດວກໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍ ໄດ້ພົບກັນໃນຊ່ອງທາງເອເລັກໂຕຣນິກ, ຄຽງຄູ່ກັນນັ້ນ ການບໍລິການຜ່ານຊ່ອງທາງດັ່ງກ່າວ ເນື່ອງຈາກບໍ່ໄດ້ພົບປະຊ່ອງໜ້າກັນ ແລະ ເບີ່ງສິນຄ້າຕົວຈິງ ເຮັດໃຫ້ເກີດມີສະພາບການສະເໜີຜ່ານສາຍດ່ວນ 1510 ເພີ່ມຂຶ້ນ ເຊັ່ນ: ສິນຄ້າບໍ່ມີຄຸນນະພາບ, ບໍ່ກົງກັບການໂຄສະນາ, ຊື້-ຂາຍກັນແລ້ວ ມີບັນຫາເກີດຂຶ້ນກໍບໍ່ສາມາດພົວພັນໄດ້, ຈຶ່ງມີຄວາມຈຳເປັນໃນການແກ້ໄຂ ແລະ ຮ່ວມມືກັນ ເພື່ອໃຫ້ເປັນປະໂຫຍດທັງຜູ້ຊື້້ ແລະ ຜູ້ຂາຍ

  1. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ຊື້, ຊົມໃຊ້ ສິນຄ້າ ຫລື ການບໍລິການທາງເອເລັກໂຕຣນິກ່ອນຈະສະເໜີສ້າງສັນຍາທາງເອເລັກໂຕຣນິກ ສະແດງເຈດຈໍານົງສັ່ງຊື້ ສິນຄ້າ ແລະ ການບໍລິການ ຜ່ານລະບົບຄໍາສັ່ງຊື້ທາງເອເລັກ ໂຕຣນິກ ຫຼື ຜ່ານບັນຊີສື່ສັງຄົມອອນລາຍຂອງຕົນ ຕາມຂໍ້ມູນ ແລະ ເງື່ອນໄຂທີ່ຜູ້ຄ້າ ກໍານົດໄວ້ໃນຊ່ອງທາງເອເລັກ ໂຕຣນິກ ຄວນມີການກວດກາລາຍລະອຽດການສະຫນອງຂໍ້ມູນໃນເວລາວາງຈໍາຫນ່າຍສິນຄ້າ ແລະ ການບໍລິການ ດັ່ງນີ້:

– ຂໍ້ມູນ ກ່ຽວກັບການດໍາເນີນທຸລະກິດເປັນຕົ້ນຊື່, ທີ່ຢູ່ຖາວອນ, ຂໍ້ມູນຕິດຕໍ່, ໃບທະບຽນວິສາຫະກິດ ຫຼື ໃບ ອະນຸຍາດດໍາເນີນທຸລະກິດ;

– ຂໍ້ມູນ ກ່ຽວກັບສິນຄ້າ ຫຼື ການບໍລິການ ເປັນຕົ້ນ ຂະຫນາດ, ສີ, ຮູບປະພັນ ແລະ ລັກສະນະສະເພາະອື່ນ ໃຫ້ ຖືກຕ້ອງຕາມສະຫຼາກ;

– ຂໍ້ມູນ ກ່ຽວກັບລາຄາ ເປັນຕົ້ນລາຄາສິນຄ້າ ຫຼື ການບໍລິການ ຕໍ່ຫົວຫນ່ວຍ ຫຼື ຕໍ່ຄັ້ງ ແລະ ຄ່າໃຊ້ຈ່າຍອື່ນທີ່ກ່ຽວຂ້ອງ;

– ຂໍ້ມູນ ກ່ຽວກັບການຂົນສົ່ງ ເປັນຕົ້ນ ຮູບແບບການຈັດສົ່ງ, ເວລາກໍານົດ ແລະ ມູນຄ່າການຈັດສົ່ງ;

– ຂໍ້ມູນ ກ່ຽວກັບການຊໍາລະ ເປັນຕົ້ນ ຮູບແບບການຊໍາລະ ແລະ ໄລຍະເວລາການຊໍາລະ;

– ຂໍ້ມູນ ກ່ຽວກັບຄວາມພໍໃຈຂອງລູກຄ້າ ເປັນຕົ້ນ ເນື້ອໃນ ແລະ ຈໍານວນ ຄໍາເຫັນຂອງລູກຄ້າຕໍ່ກັບສິນຄ້າ ແລະ ການ ບໍລິການ ສໍາລັບຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ;

– ຂໍ້ມູນ ກ່ຽວກັບເງື່ອນໄຂ ແລະ ຂໍ້ກໍານົດຂອງທຸລະກິດການຄ້າທາງເອເລັກໂຕຣນິກ ເປັນຕົ້ນ ແຫຼ່ງທີ່ມາຂອງສິນຄ້າ ຫຼື ການບໍລິການ, ນະໂຍບາຍການສົ່ງຄືນ ແລະ ການຮັບປະກັນສິນຄ້າ ຫຼື ການບໍລິການ;

– ຂໍ້ມູນ ຕ້ອງສາມາດ ເກັບຮັກສາ, ພິມ ແລະ ສະແດງ ໃນລະບົບຂໍ້ມູນຂ່າວສານຂອງລູກຄ້າ ຊຶ່ງສາມາດເຂົ້າເຖິງໄດ້ ໃນພາຍຫຼັງ.

  1. ໃນກໍລະນີສັ່ງຊື້ ສິນຄ້າ ຫຼື ການບໍລິການ ມີຂໍ້ຂັດແຍ່ງກ່ຽວກັບການຄ້າທາງເອເລັກໂຕຣນິກ ໂດຍສະເພາະສິນຄ້າ ຫຼື ການບໍລິການ ທີ່ບໍ່ມີຄຸນນະພາບ, ບໍ່ໄດ້ມາດຕະຖານ ຕາມອົງການທີ່ກ່ຽວຂ້ອງກໍານົດໄວ້ ແລະ ອື່ນໆ ເຊິ່ງມີຜົນກະທົບຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະໂຫຍດ ຄູ່ກໍລະນີ ສາມາດແກ້ໄຂຂໍ້ຂັດແຍ່ງດ້ວຍການປຶກສາຫາລື ແລະ ປະນີປະນອມກັນ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ, ຖ້າບໍ່ສາມາດແກ້ໄຂໄດ້ແມ່ນໃຫ້ຮີບຮ້ອນເກັບກໍາຂໍ້ມູນທັງໝົດກ່ຽວກັບການປະກາດຂາຍ, ຂໍ້ມູນການສົນທະນາ, ເບີໂທ, ເລກບັນຊີທະນາຄານ, ຫຼັກຖານການໂອນເງິນ ເພື່ອແຈ້ງຕໍ່ສາຍດ່ວນ ປົກປ້ອງຜູ້ຊົມໃຊ້ ເບີໂທ1510 ຂອງກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ແຈ້ງຕໍ່ອົງການຄຸ້ມ ຄອງວຽກງານການຄ້າທາງເອເລັກໂຕຣນິກ ເພື່ອດໍາເນີນການແກ້ໄຂຕາມຂັ້ນຕອນ.
  2. ຜູ້ດໍາເນີນການຄ້າທາງເອເລັກໂຕຣນິກຕ້ອງປະຕິບັດສິດ ແລະ ພັນທະຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍການຄ້າ ທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021 ຢ່າງເຂັ້ມງວດ.
  3. ຂໍ້ຫ້າມສໍາລັບຜູ້ດໍາເນີນການຄ້າທາງເອເລັກໂຕຣນິກມີພຶດຕິກໍາດັ່ງນີ້:

– ດໍາເນີນທຸລະກິດ ໂດຍບໍ່ແຈ້ງການຄ້າທາງເອເລັກໂຕຣນິກ ຕາມກໍານົດໄວ້ໃນດໍາລັດວ່າດ້ວຍການຄ້າທາງເອເລັກ ໂຕຣນິກ ແລະ ລະບຽບການທີ່ກ່ຽວຂ້ອງ.

– ດໍາເນີນທຸລະກິດທີ່ບໍ່ສອດຄ່ອງກັບຂອບເຂດທີ່ໄດ້ແຈ້ງ.

– ດໍາເນີນທຸລະກິດຄ້າຂາຍສິນຄ້າ ຫຼື ການບໍລິການ ເກືອດຫ້າມ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ;

– ດໍາເນີນການລະດົມທຶນ ຜ່ານຊ່ອງທາງການຄ້າທາງເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ.

– ສະຫນອງຂໍ້ມູນກ່ຽວກັບສິນຄ້າ ຫຼື ການບໍລິການ ໂດຍບໍ່ສອດຄ່ອງກັບສິນຄ້າ ຫຼື ການບໍລິການຕົວຈິງ.

– ເກັບກໍານໍາໃຊ້ ຫຼື ເຜີຍແຜ່ຂໍ້ມູນຂອງລູກຄ້າໂດຍບໍ່ໄດ້ຮັບອະນຸຍາດ.

– ສົ່ງຂໍ້ຄວາມທີ່ເປັນການໂຄສະນາ ສິນຄ້າ ຫຼື ຄ່າບໍລິການຂອງຕົນ ເກີນຂອບເຂດທີ່ກໍານົດໄວ້;

– ມີພຶດຕິກໍາອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານການຄ້າທາງເອເລັກ ໂຕຣນິກ ຈະຖືກປະຕິບັດມາດຕະການກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ໃນແຕ່ລະກໍລະນີ ເລີ່ມແຕ່ 1.000.000 ກີບ ຫາ 10.000.000 ກີບ ແລະ ປະຕິບັດມາດຕະການທາງບໍລິຫານອື່ນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ແລະ/ຫຼື ຮັບຜິດຊອບທາງອາຍາ ຕາມແຕ່ກໍລະນີເບົາ ຫຼື ໜັກ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
  2. ມອບໃຫ້ຂະແຫນງການຄ້າພາຍໃນ, ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງປະສານສົມທົບຂະແຫນງການທີ່ກ່ຽວຂ້ອງນໍາເອົາເນື້ອໃນແຈ້ງການສະບັບນີ້ໄປໂຄສະນາ, ເຜີຍແຜ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນໃຫ້ຮັບຊາບຢ່າງກວ້າງຂວາງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດດ້ວຍ.