ການສອບເສັງຊັ້ນມັດທະຍົມປາຍຂອງຫວຽດນາມຈະມີການປ່ຽນແປງ

ຮຽບຮຽງໂດຍ:
ລູກເມືອງພວນ


ອີງຕາມຂ່າວຈາກ vnExpress ຂອງຫວຽດນາມ, ວັນທີ 18 ກໍລະກົດໃຫ້ຮູ້ວ່າ: ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຝຸງຊັວນຍ້າ ໃຫ້ຮູ້ວ່າ: ໃນປີນີ້, ກະຊວງຈະປະກາດການສອບເສັງຊັ້ນມັດທະຍົມປາຍແບບໃໝ່ ຂອງຫວຽດນາມແຕ່ ປີ2021 ຫາ 2024.
ໃນບົດລາຍງານຕໍ່ກອງປະຊຸມວຽກງານໂຄສະນາອົບຮົມ 6 ເດືອນຕົ້ນປີທີ່ຈັດຂຶ້ນຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 18 ກໍລະກົດຜ່ານມານີ້, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຝຸງຊັວນຍ້າ ໄດ້ຕີລາຄາວ່າ: ການສອບເສັງຈົບຊັ້ນມັດທະຍົມປາຍທົ່ວປະເທດໃນປີນີ້ ແມ່ນປະຕິບັດໄດ້ຕາມແຜນການ. ກະຊວງໄດ້ເປີດສາຍຕົງອອນລາຍກັບ 273 ມະຫາວິທະຍາໄລທົ່ວປະເທດ, ແຕ່ລະໂຮງຮຽນກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ກັບຜົນຂອງການສອບເສັງ. ທ່ານເວົ້າວ່າ: “ ການສອບເສັງຊັ້ນມັດທະຍົມປາຍລະດັບຊາດ ຈະດຳເນີນເປັນປົກະຕິຕາມທີ່ໄດ້ປະກາດໄວ້ ຈົນເຖິງປີ 2020. ໃນປີນີ້, ກະຊວງສຶກສາ ແລະ ກໍ່ສ້າງຈະໄດ້ປະກາດການສອບເສັງຊັ້ນມັດທະຍົມປາຍແບບໃໝ່ແຕ່ປີ 2021 ຫາ 2024 ກ່ອນຈະມີການປ່ຽນແປງຕຳລາສອນ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ ແລະ ມີບາດກ້າວໃໝ່ທີ່ກ້າວໜ້າກ່ວາ, ກະທັດຮັດກ່ວາ ”
ການສອບເສັງຊັ້ນມັດທະຍົມປາຍລະດັບຊາດ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ຊຶ່ງໄດ້ຖືເອົາການສອບເສັງຈົບຊັ້ນມັດທະຍົມປາຍນັ້ນ ທັງເປັນ ການສອບເສັງສອງຄັ້ງເຂົ້າມະຫາວິທະຍາໄລ ແລະ ການສອບເສັງເຂົ້າວິທະຍາໄລ(ຊັ້ນສູງ) ບາດດຽວເລີຍ. ສ່ວນນັກຮຽນທີ່ສອບເສັງຂອງທ້ອງຖິ່ນຕ່າງໆນັ້ນ, ຄະແນນສອບເສັງຂອງເຂົາເຈົ້າຈະຖືກນຳມາພິຈາລະນາເປັນທັງຄະແນສອບເສັງຈົບຊັ້ນມັດທະຍົມປາຍ ທັງເປັນຄະແນນເສັງເຂົ້າມະຫາວິທະຍາໄລເລີຍ.
ຢູ່ໃນກອງປະຊຸມ ທ່ານລັດຖະມົນຕີ ຍ້າ ຍັງໄດ້ລາຍງານໃຫ້ຮູ້ວ່າ: ການປັບປຸງຕຳລາໃໝ່ໃຫ້ແກ່ການປ່ຽນແປງການສຶກສາທີ່ຈະເລີ່ມຕົ້ນແຕ່ປີ 2021 ເປັນຕົ້ນໄປນັ້ນ, ມາເຖິງປັດຈຸບັນທາງກະຊວງໄດ້ຮັບປື້ມຕຳລາໃໝ່ແລ້ວ 5 ຊຸດ ແລະ ກຳລັງກວດກາຄືນຄຸນະພາບຂອງມັນຢູ່ ເພື່ອໃຫ້ມີຄວາມເປັນເອກະພາບ, ສະເໝີພາບ, ພາວະວິໄສ ເພື່ອໃຫ້ມີຕຳລາທີ່ດີທີ່ສຸດໃຫ້ນັກຮຽນໄດ້ຮຽນກັນ.
ເຈົ້າກະຊວງຍັງໃຫ້ຮູ້ອີກວ່າ: ນອກຈາກການກວດກາຄຸນະພາບຕຳລາຫ້ອງປໍ 1 ແລ້ວ, ກະຊວງກໍ່ຈະກວດກາຄຸນະພາບຕຳລາຫ້ອງປໍ 2, ມ.6 ແລະ ມ.9 ຕາມລຳດັບ.
ກະຊວງສຶກສາ ແລະ ກໍ່ສ້າງຈະຈັດຕັ້ງປະຕິບັດໂຄງການໃໝ່ເປັນແຕ່ລະຫ້ອງໄປ. ປີ 2020-2021 ຈະປະຕິບັດກັບຫ້ອງປໍ 1, 2021-2022 ຈະປະຕິບັດກັບຫ້ອງ ປໍ 2 ແລະ ມ.6, 2022-2023 ປະຕິບັດກັບຫ້ອງປໍ 3, ມ.7 ແລະ ມ.10. 2023-2024 ປະຕິບັດກັບຫ້ອງ ປໍ 4 , ມ.8 ແລະ ມ.11, 2024-2025 ຕໍ່ກັບຫ້ອງ ປໍ 5 , ມ.9 ແລະ ມ.12.

