ວິທະຍາໄລ ລາວນາໆຊາດ ສຶກສາດີ, ມີວິໄນ ແລະ ວິໄສທັດກວ້າງໄກ

ວິທະຍາໄລ ລາວນາໆຊາດ ເປັນສະຖາບັນການສຶກສາເອກະຊົນທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກກັນດີຂອງສັງຄົມລາວ, ສຶກສາດີ ມີວິໄນ ວິໄສທັດ ກວ້າງໄກ, ສ້າງຄົນໃຫ້ເປັນເລີດດ້ານວິຊາການ, ມີຄຸນນະທໍາ ແລະ ລະບຽບວິໄນ, ທັນສະໄໝອອກຮັບໃຊ້ສັງຄົມ, ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງ ການພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວນໍາຄວາມສີວິໄລສູ່ສັງຄົມ. ວິທະຍາໄລດັ່ງກ່າວມີຊື່ຫຍໍ້ວ່າ: ວລຊ ຫລື Lao International College (LIC), ມີອາຈານທີ່ມີປະສົບການສູງນັບທັງພາຍໃນ ແລະ ຕ່າງປະເທດ, ເຈົ້າຂອງພາສາເອງ, ແຕ່ໃດມາວິທະຍາໄລແຫ່ງນີ້ໄດ້ເນັ້ນການຮຽນດ້ານທິດສະດີໄປພ້ອມໆກັບການຝຶກງານຕົວຈິງ, ມີບ່ອນລົງຝຶກງານຮອງຮັບຫລາຍກວ່າ 40 ແຫ່ງ ແລະ ຮຽນຈົບແລ້ວມີບ່ອນເຮັດວຽກຮອງຮັບໄວ້ເປັນຢ່າງດີ.
ທ່ານ ປະສິດທິຜົນ ພອນວັນທາ ຜູ້ອໍານວຍການ ວິທະຍາໄລດັ່ງກ່າວ ໃຫ້ຮູ້ວ່າ: ວິທະຍາໄລ ລາວນາໆຊາດ ໄດ້ສ້າງຕັ້ງຂຶ້ນເມື່ອກາງເດືອນ ພຶດສະພາ 2004, ຜ່ານມາໂດຍການຊີ້ນໍານໍາພາຂອງທ່ານ ຢ້າວ ພອນວັນທາ ຜູ້ປະກອບການ, ປະທານວິທະຍາໄລດັ່ງກ່າວ (ອາດີດກໍາມະການສູນກາງພັກ, ອາດີດລັດຖະມົນຕີວ່າການ ກະຊວງການເງິນ ແລະ ອາດີດເຈົ້າແຂວງເຊກອງ), ເພື່ອສ້າງຊັບພະຍາກອນມະນຸດທີ່ມີຄວາມຮູ້ ຄວາມສາມາດອອກຮັບໃຊ້ປະເທດ ຊາດ, ຮັບໃຊ້ສັງຄົມ. ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ປະເທດຕາມແນວທາງນະໂຍບາຍຂອງພັກ-ລັດວາງໄວ້ ແລະ ສົ່ງເສີມການສຶກສາທຸກຮູບແບບທີ່ບໍ່ຄັດຕໍ່ລະບຽບກົດ ໝາຍໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນເທື່ອລະກ້າວ. ພ້ອມຮອງຮັບນັກສຶກ ສາທີ່ຮຽນຈົບມປາຍ ແລະ ພະນັກງານທີ່ຕ້ອງການຢາກຍົກລະດັບການສຶກສາຂອງຕົນໃຫ້ສູງຂຶ້ນ. ເຊິ່ງຈຸດເລີ່ມຕົ້ນໄດ້ສ້າງເປັນສູນສອນພາສາອັງກິດໄລຍະສັ້ນໃນປີ 2003 ແລະ ພັດທະ ນາມາເປັນວິທະຍາໄລໃນປີ 2004 ຕາມແນວທາງນະໂຍ ບາຍຂອງພັກ-ລັດ ໂດຍນໍາໃຊ້ຫລັກສູດທີ່ໄດ້ມາດຕະຖານຂັ້ນອະຊີວະສຶກສາ ຊັ້ນສູງລະບົບ 3 ປີຄື: ຂະແໜງການບໍລິຫານການເງິນ-ການບັນຊີ, ບໍລິຫານ ໂຮງແຮມ-ການ ທ່ອງທ່ຽວ, ພາສາອັງກິດ ທຸລະກິດ ແລະ ພາສາອັງກິດ ໄລຍະສັ້ນ. ສໍາລັບການຮຽນ-ການສອນຂອງວິທະຍາໄລ ແມ່ນໄດ້ເນັ້ນໃຫ້ນັກ ສຶກສາເປັນໃຈກາງ ແລະ ປະຕິບັດຕົວຈິງໃນຂະແໜງການຮຽນຕ່າງໆ, ພ້ອມທັງມີນະໂຍບາຍສົ່ງເສີມໃຫ້ນັກສຶກສາຮຽນຮູ້ຫລາຍໆດ້ານຄື: ນັກສຶກສາທີ່ຮຽນເກັ່ງ ດ້ວຍຄະແນນ 3,50 ໃນປີທີ 3 ຈະມີນະໂຍບາຍ ພ້ອມໃບຍ້ອງຍໍ, ໃຫ້ທຶນການສຶກສາສໍາລັບຜູ້ທີ່ຮຽນເກັ່ງ, ມາຮຽນບໍ່ຂາດ, ຖະນະຍາກຈົນແມ່ນ ຈະໃຫ້ທຶນຮຽນຈົນຈົບ, ມີທຶນການສຶກສາດອກເບ້ຍຕໍ່າ, ນັກສຶກສາສາມາດເຂົ້າຮ່ວມກິດຈະກໍາຕ່າງໆວິທະຍາ ໄລ ແລະ ເມື່ອຮຽນຈົບແລ້ວທາງໂຮງຮຽນຈະຊ່ວຍຊອກຫາວຽກເຮັດໃຫ້ພ້ອມ, ມີເງິນ ເດືອນ ແລະ ສະຫວັດດີການດີ.
ທ່ານ ປະສິດທິຜົນ ພອນວັນທາ ໃຫ້ຮູ້ຕື່ມວ່າ: ໃນສົກປີ 2019-2020 ນີ້ທາງວິທະຍາໄລໄດ້ກຽມພ້ອມຮັບນັກສຶກສາຊຸດໃໝ່ຈໍານວນ 800 ຄົນ, ໃນນີ້ ຂະແໜງການບໍລິຫານການເງິນ-ການບັນຊີ 250 ຄົນ, ບໍລິຫານໂຮງແຮມ-ການທ່ອງທ່ຽວ 100 ຄົນ ແລະ ພາສາອັງກິດ ທຸລະກິດ 450 ຄົນ. ໂດຍສາມາດລົງທະບຽນໄດ້ທີ່ຫ້ອງການວິທະຍາໄລ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, www.licpdr.edu.la ຫລື ສອບຖາມໄດ້ທີ່ເບີໂທລະສັບ 021-412558, 020 56888847, 02055197654 ແລະ ເຟສບຸກເພຈ Lao International College ແລະ ຈະຈັດສອບເສັງຄັດເລືອກເປັນ 3 ຄັ້ງຄື: ຄັ້ງທີ 1 ວັນທີ 02/09/2019, ຄັ້ງທີ 2 ວັນທີ 30/09/2019, ຄັ້ງທີ 3 ວັນທີ 28/10/2019. ໃນອະນາຄົດຄາດວ່າຈະພັດທະນາຍົກລະດັບກ້າວຂຶ້ນເປັນສະຖາບັນການສຶກສາລະດັບປະລິນຍາຕີ ຫລື ປະລິນຍາໂທ ເພື່ອສ້າງບຸກຄະລາກອນ ທີ່ໄດ້ຄຸນນະພາບດ້ານການ ສຶກສາຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາວາງອອກໃຫ້ມີ ປະສິດທິພາບສູງຂຶ້ນເທື່ອລະກ້າວ.




