600.000 ຄົນໃນຍີ່ປຸ່ນຖືກຮຽກຮ້ອງໃຫ້ເຮັດວຽກຢູ່ກັບເຮືອນເພື່ອຫຼີກລ່ຽງການຄົມະນາຄົມຕິດຂັດ

ຮຽບຮຽງໂດຍ: ລູກເມືອງພວນ

ອີງ​ຕາມ​ແຫ​ລ່ງຂ່າວ​ຈາກ Vn Express ວັນ​ທີ 17 ກໍລະກົດ​ໃຫ້​ຮູ້​ວ່າ: ລັດຖະບານຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ພະນັກງານຂອງຕົນເຮັດວຽກຢູ່ກັບເຮືອນ ເພື່ອຫຼີກລ່ຽງບໍ່ໃຫ້ຄົມະນາຄົມຕິດຂັດ ໃນໄລຍະຈັດງານມະຫາກຳກິລາ ໂອລີມປິກ ປີ 2020.

 ລັດຖະບານຍີ່ປຸ່ນໄດ້ເປີດເຜີຍໂຄງການໜຶ່ງທີ່ມີຊື່ວ່າ “ Telework ”, ໃນນັ້ນຊາວຜູ້ອອກແຮງງານຖືກຮຽກຮ້ອງໃຫ້ເຮັດວຽກຢູ່ກັບເຮືອນ, ຢ່າງໜ້ອຍ ສອງອາທິດ, ນັບຕັ້ງແຕ່ 24/7/2020 ເປັນຕົ້ນໄປ ເພື່ອຫຼີກລ່ຽງການຈະລາຈອນຕິດຂັດໃນໄລຍະຈັດງານມະຫາກຳກິລາ ໂອລີມປິກ. ກະຊວງເສດຖະກິດ-ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນ(METI) ຫວັງວ່າ ຊາວຜູ້ອອກແຮງງານ 6 ​ແສນ ຄົນ ໃນ 3.000 ບໍລິສັດ ຈະເຂົ້າຮ່ວມໂຄງການດັ່ງກ່າວ.

ຢູ່ໃນຂົງເຂດອ້ອມຮອບຕົວເມືອງ ໂຕກຽວ ແລະ 6 ແຂວງອ້ອມຂ້າງ ເຊິ່ງເປັນບ່ອນທີ່ມີປະຊາກອນອາໄສຢູ່ 38 ລ້ານຄົນ, ແຕ່ລະມື້ມີປະມານ 20 ລ້ານຄົນໃຊ້ພາຫະນະໃນການເດີນທາງ.

ລະບົບທາງລົດໄຟໃຕ້ດິນຂອງ ໂຕກຽວ ມີຊື່ສຽງໂດ່ງດັງຂອງຄວາມ​ແອອັດທີ່ເຕັມໄປດ້ວຍຜູ້ຄົນ, ຢູ່ຕົວເມືອງ Shinjuku, ແຕ່ລະມື້ມີປະມານ 3,64 ລ້ານຄົນເຂົ້າ-ອອກ. ສະຖານີລົດໄຟແຫ່ງນີ້ ມີປະຕູສຸກເສີນເຖິງ 200 ປະຕູ ແລະ ໄດ້ຖືກບັນທຶກເຂົ້າໃນປື້ມ Guinness, ທັງໄດ້ຮັບຂະໜານນາມວ່າເປັນສະຖານີລົດໄຟທີ່ມີຄົນຫຼາຍທີ່ສຸດໃນໂລກ. ແຕ່ລະມື້, ເຈົ້າໜ້າທີ່ຮັບຜິດຊອບສະຖານີ ຈະຕ້ອງໄດ້ຈັດແບ່ງໃຫ້ພະນັກງານ ອັນທີ່ເອີ້ນວ່າ: “ oshiya ” ເຮັດໜ້າທີ່ເກັບ ແລະ ຂົນຍ້າຍເຄື່ອງຂອງຂອງຜູ້ໂດຍສານເຂົ້າໄປໃນຕູ້ລົດໄຟ ຊຶ່ງເຕັມໄປແຕ່ຜູ້ຄົນ.

ບັນດານັກຊ່ຽວຊານມີຄວາມເປັນຫ່ວງວ່າຢ້ານຄົມມະນາຄົມໃນນະຄອນຫຼວງ ໂຕກຽວ ຈະເກີດວິກິດການໃນໄລຍະຈັດງານມະຫາກຳກິລາ ໂອລີມປິກ ແຕ່ວັນທີ 24/7/2020 ຫາ 9/8/2020 ແລະ ງານມະຫາກຳກິລາ Paralympics ທີ່ຈະແກ່ຍາວໄປເຖິງ 6/9/2020. ຄາດວ່າຈະມີປະມານ 6 ​ແສນ ຄົນຈະຫຼັ່ງໄຫຼເຂົ້າມາໃນ ໂຕກຽວ ໃນໄລຍະສອງງານມະຫາກຳກິລາດັ່ງກ່າວ.

ລັດຖະບານຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ພະນັກງານຂອງຕົນເຮັດວຽກຢູ່ກັບເຮືອນ ເພື່ອຫຼີກລ່ຽງບໍ່ໃຫ້ຄົມະນາຄົມຕິດຂັດ ໃນໄລຍະຈັດງານມະຫາກຳກິລາ ໂອລີມປິກ ປີ 2020

ລັດຖະບານຍີ່ປຸ່ນໄດ້ເປີດເຜີຍໂຄງການໜຶ່ງທີ່ມີຊື່ວ່າ “ Telework ”, ໃນນັ້ນຊາວຜູ້ອອກແຮງງານຖືກຮຽກຮ້ອງໃຫ້ເຮັດວຽກຢູ່ກັບເຮືອນ, ຢ່າງໜ້ອຍທີ່ສຸດແມ່ນສອງອາທິດ, ນັບຕັ້ງແຕ່ 24/7/2020 ເປັນຕົ້ນໄປ ເພື່ອຫຼີກລ່ຽງການຈະລາຈອນຕິດຂັດໃນໄລຍະຈັດງານມະຫາກຳກິລາ ໂອລີມປິກ. ກະຊວງເສດຖະກິດ-ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນ(METI) ຫວັງວ່າ ຊາວຜູ້ອອກແຮງງານ 600.000 ຄົນ ໃນ 3.000 ບໍລິສັດ ຈະເຂົ້າຮ່ວມໂຄງການດັ່ງກ່າວ.

ຢູ່ໃນຂົງເຂດອ້ອມຮອບຕົວເມືອງ ໂຕກຽວ ແລະ 6 ແຂວງອ້ອມຂ້າງ ເຊິ່ງເປັນບ່ອນທີ່ມີປະຊາກອນອາໄສຢູ່ 38 ລ້ານຄົນ, ແຕ່ລະມື້ມີປະມານ 20 ລ້ານຄົນໃຊ້ພາຫະນະໃນການເດີນທາງ.

ລະບົບທາງລົດໄຟໃຕ້ດິນຂອງ ໂຕກຽວ ມີຊື່ສຽງໂດ່ງດັງຂອງຄວາມອັດແອເຕັມໄປດ້ວຍຜູ້ຄົນ, ຢູ່ຕົວເມືອງ Shinjuku, ແຕ່ລະມື້ມີປະມານ 3,64 ລ້ານຄົນເຂົ້າ-ອອກ. ສະຖານີລົດໄຟແຫ່ງນີ້ ມີປະຕູສຸກເສີນເຖິງ 200 ປະຕູ ແລະ ໄດ້ຖືກບັນທຶກເຂົ້າໃນປື້ມ Guinness, ທັງໄດ້ຮັບຂະໜານນາມວ່າເປັນສະຖານີລົດໄຟທີ່ມີຄົນຫຼາຍທີ່ສຸດໃນໂລກ. ແຕ່ລະມື້, ເຈົ້າໜ້າທີ່ຮັບຜິດຊອບສະຖານີ ຈະຕ້ອງໄດ້ຈັດຕັ້ງແບ່ງໃຫ້ພະນັກງານ ອັນທີ່ເອີ້ນວ່າ: “ oshiya ” ເຮັດໜ້າທີ່ເກັບ ແລະ ຂົນຍ້າຍເຄື່ອງຂອງຂອງຜູ້ໂດຍສານເຂົ້າໄປໃນຕູ້ລົດໄຟ ຊຶ່ງເຕັມໄປດ້ວຍແຕ່ຜູ້ຄົນ.

ບັນດານັກຊ່ຽວຊານມີຄວາມເປັນຫ່ວງວ່າຢ້ານຄົມະນາຄົມໃນນະຄອນຫຼວງ ໂຕກຽວ ຈະເກີດວິກິດການໃນໄລຍະຈັດງານມະຫາກຳກິລາ ໂອລີມປິກ ແຕ່ວັນທີ 24/7/2020 ຫາ 9/8/2020 ແລະ ງານມະຫາກຳກິລາ Paralympics ທີ່ຈະແກ່ຍາວໄປເຖິງ 6/9/2020. ຄາດວ່າຈະມີປະມານ 600.000 ຄົນຈະຫຼັ່ງໄຫຼເຂົ້າມາໃນ ໂຕກຽວ ໃນໄລຍະສອງງານມະຫາກຳກິລາດັ່ງກ່າວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ